spot_img
Homeຂ່າວພາຍ​ໃນແຂວງສາລະວັນ ເກັບກ່ຽວເຂົ້ານາປີ ໄດ້ແລ້ວ 50% ທຽບຊ້າກ່ວາປີກາຍ ຍ້ອນຝົນຟ້າບໍ່ອຳນວຍ!

ແຂວງສາລະວັນ ເກັບກ່ຽວເຂົ້ານາປີ ໄດ້ແລ້ວ 50% ທຽບຊ້າກ່ວາປີກາຍ ຍ້ອນຝົນຟ້າບໍ່ອຳນວຍ!

Published on

16

ຂປລ. ທ່ານ ພອນ​ໄຊ ຈັນທະ​ບົວ​ສອນ ຫົວໜ້າ​ຂະ​ແໜງ​ປູກຝັງ ພະ​ແນ​ກກະສິກໍາ ​ແລະ ປ່າ​ໄມ້ ​ແຂວງ​ສາລະ​ວັນ ລາຍ​ງານ​ໃຫ້​ຮູ້​​ ໃນຕົ້ນ​ເດືອນພະຈິກວ່າ: ການ​ເກັບ​ກ່ຽວ ​ມ້ຽນມັດ​ເຂົ້າ ­ຂອງ​ຊາວ​ກະສິກອນ​​ທົ່ວ​ແຂວງ​ ​ແມ່ນ​ໄດ້​ເລີ່ມ​ລົງມື​ ແຕ່ຕົ້ນ​ເດືອ​ນຕຸ­ລາ 2015 ຢ່າງເປັນຂະບວນຟົດຟື້ນ, ຫລາຍ​ເມືອງ​ກໍ​ສໍາ​ເລັດ​ການ​ເກັບ​ກ່ຽວ ​ໂດຍ​ສະ​ເພາະ​ເຂົ້າດໍ, ​ເຂົ້າກາງ ເຊິ່ງ​ມາ​ຮອດ​ປັດຈຸ​ບັນ ​ ​ສາມາດ​ເກັບ​ກ່ຽວ​ຜົນ​ຜະລິດ​ໄດ້ 50% ຂອງ​ເນື້ອ​ທີ່​ເທົ່າ​ກັບ 39.373 ​ເຮັກຕາ, ຜົນ​ຜະລິດ 165.375 ​ໂຕນ ທຽບ​ໃສ່​ໄລຍະ​ດຽວ​ກັນ ​ຂອງ​ແຜນການ​ປີ​ແມ່ນ​ຊັກຊ້າ ​ເນື່ອງ​ຈາກ​​ຝົນຕົກ​ ບໍ່​ທ່ວງ​ທັນ​ກັບ​ລະດູ​ການ, ​ບາງ​ເມືອງ​ຝົນ​ມາ​ຊ້າ ​ແລະ ບາງ​ເມືອງ​ຝົນ​ມາ​ໄວ ບໍ່​ເປັນ​ປົກກະຕິ​ ການ​ປັກ​ດໍາ​ຈຶ່ງ​​ຊັກ​ຊ້າ; ຄາດ​ວ່າການ​ເກັບ​ກ່ຽວ​ຜົນ​ລະ​ລິດ​ເຂົ້າຂອງ​ຊາວ​ກະສິກອນ​ ຈະ​ສໍາ​ເລັ​ດ​ໃນ​ ກາງ​ເດືອນ​ທັນວາ 2015.

ທ່ານ​ຍັງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ຕາມການຄາດ​ຄະ­ເນ ​ເນື້ອ­ທີ່​ຜະລິດ​ເຂົ້າ ­​​ທົ່ວ​ແຂວງ​ສູ້​ຊົນ​ໃຫ້​ໄດ້ 82.600 ເຮັກ­ຕາ, ຜົນ​ຜະລິດ​ໃຫ້​ໄດ້ 364.100 ​ໂຕນ, ສະ­ມັດຕະພາບ ​ສະ­ເລ່ຍ​ໃຫ້​ໄດ້ 4,4 ໂຕນ​ຕໍ່​ເຮັກ­ຕາ, ຜ່ານ​ການ­ຈັດ­ຕັ້ງ​ ປະ­ຕິ­ບັດຕົວ​ຈິງ ປະຕິບັດ​ໄດ້ 95,3% ​ເທົ່າ​ກັບ 78.745 ​ເຮັກຕາ, ຕົກກ້າ​ໄດ້ 44.715 ​ເຮັກຕາ​, ​ໄຖ​ຮຸດ 75.935 ​ເຮັກຕາ​ເທົ່າ​ກັບ 96,6%, ປັກ​ດໍາ​ໄດ້ 75.935 ​ເຮັກຕາ​ເທົ່າ​ກັບ 96,6%, ຄາດ​ຄະ​ເນ​ເນື້ອ​ທີ່ ​ເກັບ​ກ່ຽວ​ຕົວ​ຈິງ​ພຽງ 75.935 ​ເຮັກຕາ, ຜົນ​ຜະລິດ 349.900 ​ໂຕນ; ​ເຂົ້າ​ໄຮ່ ​ແຜນ 4.000 ​ເຮັກຕາ, ສະມັດ​ຕະພາບສະ​ເລ່ຍ 2,6 ​ໂຕນ/​ເຮັກຕາ, ປະຕິບັດ​ຕົວ​ຈິງ​ໄດ້ 2.913 ​ເຮັກຕາ​ ຫລຸດ​ແຜນ 30% ຄາດ​ຄະ​ເນ​ເນື້ອ​ທີ່​ ເກັບ​ກ່ຽວ​ຕົວ​ຈິງ  2.913 ​ເຮັກຕາ, ຜົນ​ຜະລິດ 7.172 ​ໂຕນ.

ເຖິງ​ຢ່າງ​ໃດ​ກໍ​ດີ  ຄາດ​ວ່າ​ຜົນ​ຜະລິດ​​ເຂົ້າ ໃນປີນີ້​ທົ່ວ​ແຂວງ​ ຈະ​ໄດ້​ປະມານ 300.000 ກວ່າໂຕນ, ຊາວ​ກະສິກອນ​ສ່ວນ​ໃຫຍ່ ອາດ​ຈະ​ມີ​ເຂົ້າ​ເຫລືອ​ກິນ ​ແລະ ຂາຍ​ເປັນ​ສິນຄ້າ, ​ສືບ​ເນື່ອງ​ມາ​ຈາກ ນະ​ໂຍບາຍ​ຂອງຂັ້ນ​ເທິ​ງ ຊຸກ​ໃຫ້​ຫລາຍ​ເຂດ ​ຜະລິດ​ເຂົ້າ ຂາຍ​ເປັນ​ສິນຄ້າສົ່ງ​ອອກ ​ແລ​ະ ບວກ​ກັບ​ຜົນ​ຜະລິດ ​ທີ່​ງອກ​ງາມ, ການ​ປູກຝັງ ​ຖືກ​ຫລັກ​ວິຊາ​ການ​ຫລາຍ​ຂຶ້ນ ​ແລະ ​ເນື້ອ​ທີ່​ສ່ວນ​ໃຫຍ່ ບໍ່​ຄ່ອຍ​ໄດ້​ຮັບ​ຜົນ​ກະທົບ​ ຈາກ​ໄພ​ທໍ​າມະ​ຊາດ ອີກ​ສ່ວນ​ໜຶ່ງ​ກໍ​ຍ້ອນ ຂະ​ແໜງ​ປູກຝັງ ພະ​ແນ​ກກະສິກໍາ-ປ່າ​ໄມ້ ​ແຂວງ​ສາລະ​ວັນ ​ໄດ້​ເອົາ​ໃຈ​ໃສ່​ຊຸກຍູ້​ ຊາວ​ກະ​ກອນ ​ທໍາ​ການ​ຜະລິດ, ​ພ້ອມ​ທັງແນະ​ນໍາ​ເຕັກນິກ​ ວິຊາ​ການ ​ແລະ ​ສະໜອງ​ແນວ​ພັນ​ເຂົ້າ ທີ່​ມີ​ຄຸນ​ນະພາ​ບສູງ ​ໃຫ້​ແກ່​ຊາວ​ກະສິກໍາ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...