Homeຂ່າວຕ່າງປະເທດທະນາຄານກາງຈີນ ອອກທະນາບັດ ໃບ100 ຢວນແບບໃໝ່

ທະນາຄານກາງຈີນ ອອກທະນາບັດ ໃບ100 ຢວນແບບໃໝ່

Published on

ຂປລ. ຕາມ​ຂ່າວ ​ຕ່າງປະ​ເທດ, ​ເມື່ອ​ບໍ່​ດົນ​ມາ​ນີ້, ​ເຈົ້າໜ້າ​ທ່ີ ທະນາຄານ​ກາງ​ ຈີນ ປະກາດວ່າ ໄດ້ອອກທະນາບັດ ​ໃບ100 ຢວນ​ແບບໃໝ່ ພາຍ ຫລັງ​ກວດ​ພົບ ມີທະນາບັດ ປອມ 100 ຢວນ  ​ຢ່າງ​ຫລວງຫລາຍ.
ທະນາບັດ ​ ​ໃບ 100 ຢວນນີ້ ຈະມີລັກສະນະ ລວມຄື: ດ້ານໜ້າ ມີ​ຮູບ ປະທານາທິບໍດີ ເໝົາເຈີຕຸງ, ດ້ານຫລັງ ເປັນຮູບ ​ອາຄານ​ ຫລັງໃຫຍ່​ ຂອງ ປະຊາຊົນ ໃນນະຄອນ ຫລວງປັກກິງ,  ສີຂ້າງເທິງ ຕົວເລກ 100 ຢວນ ​ເປັນ ສີ​ເຫລືອງ,  ແຖບຄວາມ ປອດໄພ ມີ​ຄວາມ ​ຊັດ​ເຈນ​​ຂຶ້ນ ເພື່ອໃຫ້ ເຄື່ອງຈັກ ອ່ານທະນາບັດ ສະດວກຂຶ້ນ ​ແນ​ໃສ່ ໃຫ້ປະຊາຊົນ ຈີນ ສາມາດ ໄຈ້ແຍກ​ໄດ​້ ລະຫວ່າງ ທະນາບັດ​ ແທ້ ແລະ ທະນາບັດ ປອມ.
1447327242-6ef8860ddaf973fc169b3737644f23a7400
ທະນາບັດໃບ 100 ຢວນໃໝ່ (ເທິງ) ແລະ ໃບເກົ່າ (ລຸ່ມ)

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...