Homeຂ່າວຕ່າງປະເທດຝຣັ່ງຈະສົ່ງ " ຊາກເດີໂກນ " ເຮືອກຳປັ່ນບັນທຸກເຮືອບິນ ເສີມພາລະກິດຖະຫລົ່ມໄອເອັສ!

ຝຣັ່ງຈະສົ່ງ ” ຊາກເດີໂກນ ” ເຮືອກຳປັ່ນບັນທຸກເຮືອບິນ ເສີມພາລະກິດຖະຫລົ່ມໄອເອັສ!

Published on

558000013192201

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ພະຈິກນີ້ວ່າ ປະທານາທິບໍດີ ຟຣັງຊົວ ອອລລອງ ແຫ່ງປະເທດຝຣັ່ງ ໄດ້ປະກາດສົ່ງເຮືອກ່ຳປັ່ນ ບັນທຸກເຮືອບິນ ພະລັງງານນິວເຄລຍ ” ຊາກເດີໂກນ ” ເຂົ້າສູ່ທະເລເມດິແຕຣານຽນ ທາງຝັ່ງຕາເວັນຕົກ ເພື່ອສະໜັບສະໜູນ ພາລະກິດໂຈມຕີກຸ່ມໄອເອັສ ໂດຍເຮືອລຳດັ່ງກ່າວ ຈະເດີນທາງໄປ ໃນວັນພະຫັດທີ 19 ພະຈິກນນີ້ ຊຶ່ງຈະຊ່ວຍເຮັດໃຫ້ ເພີ່ມສັກກະຍະພາບ ໃນພາລະກິດໂຈມຕີດັ່ງກ່າວ ສູງຂຶ້ນເປັນ 3 ເທົ່າ.

ທັງນີ້ ປັດຈຸບັນ ກອງທັບຝຣັ່ງ ໄດ້ສົ່ງຝູງເຮືອບິນ ໄປປະຕິບັດການຖິ້ມລະເບີດ ສັງຫານກຸ່ມໄອເອັສ ຢູ່ປະເທດຊີຣີແລ້ວ 38 ລຳ ໂດຍທ່ານ ອອລລອງ ໄດ້ກ່າວວ່າ ” ພວກເຮົາຈະໂຈມຕີຢ່າງຕໍ່ເນື່ອງ ຈາກນີ້ໄປອີກຫລາຍອາທິດ ຈະບໍ່ມີການຢຸດພັກ ຫລື ຢຸດຍິງໃດໆທັງໝົດ… ຝຣັ່ງກຳລັງເຮັດສົງຄາມ ຕໍ່ຕ້ານລັດທິກໍ່ການຮ້າຍ ຂອງພວກນັກຮົບມຸດສະລິມຫົວຮຸນແຮງ ທີ່ເປັນໄພຄຸກຄາມຂອງຄົນທັງໂລກ

 

ບົດຄວາມຫຼ້າສຸດ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນ

ຄະນະຊ່ຽວຊານການແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເຊິ່ງນໍາໂດຍ ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍ ເລກ 2 ມະຫາວິທະຍາໄລການແພດກອງທັບບົກ, ຫົວໜ້າກອງແພດລົດໄຟເສນາຮັກ...

ກະຊວງ ອຄ ອອກຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ ວ່າດ້ວຍການປະຕິບັດວຽກງານກວດກາການຄ້າ ເລກທີ 2997/ອຄ ລົງວັນທີ 01 ກັນຍາ 2026 ແຫຼ່ງທີ່ມາ: ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ...

ເຈົ້າໜ້າທີ່ ໄດ້ດໍາເນີນການກວດກາກ່ຽວກັບທີ່ດິນ ແລະ ສິ່ງປຸກສ້າງບໍ່ມີໃບອະນຸຍາດຖືກຕ້ອງຕາມລະບຽບ

ໃນວັນທີ 3 ກັນຍາ 2026 ເຈົ້າໜ້າທີ່ສະເພາະກິດພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ສົມທົບກັບອໍານາດການປົກຄອງເມືອງຫາດຊາຍຟອງ, ພະແນກການອ້ອມຂ້າງ ນວ, ເຈົ້າໜ້າທີ່ ປກສ, ລັດວິສາຫະກິດໄຟຟ້າລາວ,...