Homeຂ່າວຕ່າງປະເທດສະຖິຕິເຜີຍ ຕົວເລກຜູ້ເສຍຊີວິດ ຈາກເຫດກໍ່ການຮ້າຍໃນປີຜ່ານມາ ເພີ່ມຂຶ້ນເຖິງ 80%

ສະຖິຕິເຜີຍ ຕົວເລກຜູ້ເສຍຊີວິດ ຈາກເຫດກໍ່ການຮ້າຍໃນປີຜ່ານມາ ເພີ່ມຂຶ້ນເຖິງ 80%

Published on

558000013197501

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ພະຈິກນີ້ວ່າ ຈາກສະຖິຕິຂອງ ສະຖາບັນເພື່ອເສດຖະກິດ ແລະ ສັນຕິພາບ (Institute for Economics and Peace) ໄດ້ເຜີຍວ່າ ຍອດຜູ້ເສຍຊີວິດ ຈາກການ ໂຈມຕີຂອງ ກຸ່ມກໍ່ການຮ້າຍທົ່ວໂລກ ພາຍໃນປີ2014 ມີທັງໝົດປະມານ 32,658 ຄົນ ຊຶ່ງເພີ່ມຂຶ້ນ 80%  ​​ເມື່ອທຽບ​ໃສ່ປີ 2013 ທີ່ມີ​ຜູ້​ເສຍ​ຊີວິດ 18,111 ຄົນ ຈາກການໂຈມຕີ ກໍ່ການຮ້າຍ ທີ່ເກີດຂຶ້ນຢູ່ພາຍໃນ 162 ປະເທດທົ່ວໂລກ ເນື່ອງຈາກ ການໃຊ້ກຳລັງ ແລະ ຄວາມຮຸນແຮງ ​ແບບຜິດກົດໝາຍ ຂອງ​ກຸ່ມ​ດັ່ງກ່າວ ໂດຍສະເພາະ ​ເກີດ​ຂຶ້ນ ໃນນະຄອນຫລວງ ປາຣີ ຂອງຝຣັ່ງ ໃນມໍ່ໆມານີ້ ໄດ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 129 ຄົນ ​ແລະ ບາດ​ເຈັບ 300 ກວ່າ​ຄົນ ສົ່ງຜົນໃຫ້ ຫລາຍປະເທດ ຕ້ອງໄດ້ເພີ່ມມາດຕະການ ປ້ອງກັນ ຄວາມສະຫງົບ ​ໃນລະດັບສູງຂຶ້ນ.

 

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນກັນຍາ 2026 ພິຈາລະນາ 16 ຫົວຂໍ້ສຳຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ກັນຍາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ;...

ຈັດກອງປະຊຸມ ຮ່ວມ 4 ພາກສ່ວນຂະບວນຍຸຕິທຳ ສະຫຼຸບຜົນງານ 2 ປີທີ່ຜ່ານມາ

ກະຊວງປ້ອງກັນຄວາມສະຫງົບ ອົງການໄອຍະການປະຊາຊົນສູງສຸດ ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VIII ໃນວັນທີ 21 ກັນຍາ 2026 ທີ່ສະໂມສອນ...

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນຕອນບ່າຍຂອງວັນທີ 21 ກັນຍາ 2026 ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ...

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...