spot_img
Homeຂ່າວການພັດທະນາລາວກຽມສະເໜີ ທົ່ງໄຫຫີນຊຽງຂວາງ ຂຶ້ນທະບຽນເປັນມໍລະດົກໂລກ ແຫ່ງທີສາມຂອງປະເທດ!

ລາວກຽມສະເໜີ ທົ່ງໄຫຫີນຊຽງຂວາງ ຂຶ້ນທະບຽນເປັນມໍລະດົກໂລກ ແຫ່ງທີສາມຂອງປະເທດ!

Published on

buangern

ຂປລ. ​ໃນວັນທີ 17 ພະຈິກ 2015 ນີ້ ຢູ່ກະຊວງຖະແຫລງຂ່າວ, ວັດທະນະທໍາແລະ ທ່ອງທ່ຽວ ກົມມໍລະດົກຮ່ວມກັບ ອົງການອຸຍແນັດສະໂກ ປະຈໍາບາງກອກ ໄດ້ຈັດກອງປະຊຸມ ປຶກສາຫາລືວິຊາການລະດັບຊາດ ເພື່ອກະກຽມນໍາສະເໜີ ມໍລະດົກ​ໄຫຫີນເຂົ້າເປັນ ແຫລ່ງມໍລະດົກໂລກ, ​​​ໂດຍມີທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫລງຂ່າວ, ວັດທະນະທໍາແລະ ທ່ອງທ່ຽວ, ທ່ານ ດຣ. ບຸນທ່ຽງ ສິຮິປະພັນ ຫົວໜ້າກົມມໍລະດົກ, ຫົວໜ້າກອງເລຂາ, ຄະນະກໍາມະການລະດັບຊາດ ເພື່ອມໍລະດົກໂລກ, ທ່ານສາສະດາຈານ ວິນລຽມໂລແກນ ຊ່ຽວຊານຈາກອົງການ ອຸຍແນັດສະໂກ ປະຈໍາບາງກອກປະເທດໄທ, ບັນດາຫົວໜ້າກົມ, ຮອງກົມແລະ ພະນັກງານວິຊາການ ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບົວເງິນ ຊາພູວົງ ​​ກ່າວວ່າ: ກອງປະຊຸມ​​ວິຊາການລະດັບຊາດ​ ​ເພື່ອກະກຽມສະເໜີ​ໄຫຫີນເປັນແຫລ່ງມໍລະດົກໂລກໃນຄັ້ງນີ້ ເພື່ອສຶກສາລາຍລະອຽດດ້ານວິຊາການ ໃນການກະກຽມເອກະສານ ແລະ ຂໍ້ມູນຕ່າງໆເພື່ອນໍາສະເໜີຕໍ່ ອົງການອຸຍ​​ແນັດສະໂກເຊິ່ງຜ່ານມາ​​ ກໍໄດ້ຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ມໍລະດົກຂອງແຂວງຊຽງຂວາງ ໄດ້ດີສົມຄວນໂດຍສະເພາະແມ່ນ ການປຶກສາຫາລືການຄຸມຄອງ ວັດທະນະທໍາທົ່ງ​ໄຫຫີນ ທີ່ເປັນຍຸດທະສາດສໍາຄັນ ເພື່ອການຄົ້ນຄວ້າຮຽນຮູ້ແລະ ການທ່ອງທ່ຽວພາຍໃນແລະ ຕ່າງປະເທດ. ການປົກປັກຮັກສາທົ່ງ​ໄຫຫີນ ໃນໄລຍະຜ່ານມາ ເຫັນວ່າມີຄວາມຄືບໜ້າແລະ ​​ໄດ້ຮັບຜົນສໍາເລັດຫລາຍດ້ານ ຂອງໂຄງການວາງອອກແຕ່ກໍຍັງເຮັດໃຫ້ ແຜນຄຸ້ມຄອງທົ່ງ​ໄຫຫີນ ບໍ່​ມີລະອຽດຄົບຖ້ວນ ເພື່ອນໍາສະເໜີຕໍ່ລັດຖະບານແຫ່ງ ສປປ ລາວແລະ ອົງການອຸຍແນັດສະໂກ​.

ກອງ​ປະຊຸມ​​ ຜູ້ເຂົ້າຮ່ວມຈະໄດ້ແລກປ່ຽນຄໍາຄິດ​​ເຫັນ ກ່ຽວກັບຂັ້ນຕອນການ​​ຂຽນ​​ ຄໍາຮ້ອງສະເໜີ​ເຂົ້າເປັນມໍລະດົກໂລກ, ຄຸນຄ່າຈັກກະວານ ຂອງມໍລະດົກທົ່ງ​ໄຫຫີນ, ມາດຖານເງື່ອນໄຂ, ຍຸດທະສາດການນໍາສະເໜີ​ເຂົ້າ ເປັນມໍລະດົກໂລກ ​ແລະ ຄວາມພ້ອມຂອງແຂວງຊຽງຂວາງ ໃນການກະກຽມເອກະສານຄໍາຮ້ອງ ເຂົ້າເປັນມໍລະດົກໂລກ, ພ້ອມທິດທາງແຜນການໃນຕໍ່ໜ້າ.

ไหีน

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...