spot_img
Homeວັນນະກຳປື້ມ 40 ປີ ສປປລາວ ພິມສຳເລັດແລ້ວ ພ້ອມແຈກຢາຍໃຫ້ສຳເລັດ ທ້າຍເດືອນນີ້!

ປື້ມ 40 ປີ ສປປລາວ ພິມສຳເລັດແລ້ວ ພ້ອມແຈກຢາຍໃຫ້ສຳເລັດ ທ້າຍເດືອນນີ້!

Published on

500-40yb

ປື້ 40 ປີ ສປປ ລາວ ທີ່ສ່ອງແສງໃຫ້ເຫັນຜົນສຳເລັດອັນໃຫ່ຍຫຼວງທີ່ປະຊາຊົນເຮົາຍາດມາໄດ້ໃນພາລະ ກິດແຫ່ງການປົກປັກຮັກສາແລະ ສ້າງສາປະເທດຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວຕະ ຫລອດ 40 ປີຜ່ານມາໄດ້ພິມສຳເລັດແລ້ວ.

ທ່ານ ສູນທອນ ຄັນທະວົງ ຫົວໜ້າອຳນວຍການສຳນັກຂ່າວສານປະເທດລາວ, ທັງເປັນຫົວໜ້າບັນນາທິ ການ ປື້ມ 40 ປີ ສປປ ລາວແຈ້ງໃຫ້ຮູ້ວ່າ: ປື້ມດັ່ງກ່າວພິມຂຶ້ນໂດຍການຮ່ວມມື ລະຫວ່າງ ຄະນະໂຄສະນາອົບ ຮົມສູນກາງພັກ, ກະຊວງຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວແລະ ກະຊວງແຜນການແລະ ການລົງ ທຶນ ພາຍໃຕ້ການຊີ້ນຳຂອງອະນຸກຳມະການເນື້ອໃນກະກຽມສະເຫລີມສະຫລອງສອງວັນປະຫວັດສາດ.

ປື້ເຫລັ້ມນີ້ມີ 222 ໜ້າ ປະກອບມີບົດແລະ ຮູບພາບທີ່ສວຍງາມແບ່ງອອກເປັນ III ພາກຄື: ພາກທີI : ປະເທດລາວໂດຍສັງເຂ, ພາກທີ II ຜົນສຳເລັດໃນການປົກປັກຮັກສາແລະ ພັດທະນາປະເທດຊາດ, ພາກທີ III: ວິ​​ໄສທັດ ຂອງ ສປປ ລາວ, ພິມເປັນສອງພາສາ ພາສາລາວ 10.000 ​ເຫລັ້ມແລະ ພາສາອັງກິດ 3.000 ​ເຫລັ້ມ.

ທ່ານ ສູນທອນ ຄັນທະວົງ ກ່າວວ່າ: ມາຮອດປັດຈຸບັນປື້ມດັ່ງກ່າວໄດ້ແຈກຢາຍໄປໃຫ້ກະຊວງ, ອົງການຈັດຕັ້ງຕ່າງໆຂັ້ນສູນກາງແລະແຂວງຈຳນວນໜື່ງແລ້ວ  ຄາດວ່າຈະແຈກຢາຍໃຫ້ສຳເລັດໃນທ້າຍເດືອນນີ້ເພື່ອເປັນການປະກອບສ່ວນເຂົ້າ​​ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຜົນສຳເລັດອັນໃຫ່ຍຫລວງ ມີຄວາມໝາຍປະຫວັດສາດໃນພາລະກິດແຫ່ງການປົກປັກຮັກສາແລະ ສ້າງສາປະເທດຊາດ  ພາຍໃຕ້ການນຳພາຂອງພັກ ຕະຫລອດ 40 ປີ ຜ່ານມາ. ຖ້າກະຊວງ, ອົງການຈັດຕັ້ງຂັ້ນສູນກາງແລະແຂວງ ຫາກຍັງບໍ່ທັນໄດ້ຮັບ ຫລື ຕ້ອງການເພິ່ມ ກໍ່ສາມາດ ຕິດຕໍ່ພົວພັນ ພະແນກຫ້ອງການ ສຳນັກຂ່າວສານປະເທດລາວເບີໂທ 021 215402

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...