Homeຂ່າວການພັດທະນາຫລາຍພາກສ່ວນ ຫາລືການກຳນົດ ເປົ້າໝາຍຄວາມທຸກຍາກ ຢູ່ ສປປ ລາວ

ຫລາຍພາກສ່ວນ ຫາລືການກຳນົດ ເປົ້າໝາຍຄວາມທຸກຍາກ ຢູ່ ສປປ ລາວ

Published on

phonsalee

ຂປລ. ການ​ກຳນົດ​ເປົ້າໝາຍ​ ຄວາມທຸກ​ຍາກ​ ແມ່ນ​ເພື່ອ​ແນ​ໃສ່​ຈັດຕັ້ງປະຕິບັດ ​ວຽກ​ງານ​ລຶບລ້າງ​ ຄວາມທຸກ ​ຍາກ​ຂອງ​ປະຊາຊົນ​ ໄດ້​ຢ່າງ​ມີ​ປະສິດທິ​ຜົນ, ຖືກກຸ່ມ​ເປົ້າໝາຍ ​ແລະ ສາມາດ​ຈັດ​ລຽນ​ບູລິ​ມະ​ສິດ​ ໄດ້​ຢ່າງ​ຊັດ​ເຈນ ​ເຊິ່ງ​ໄລຍະ​ຜ່ານ​ມາ​ລັດຖະບານ​ລາວ ກໍ​ໄດ້​ມີ​ການ​ກຳນົດ ​ແລະ ຈັດ​ລຽນ​ບູລິ​ມະ​ສິດ​ ຄວາມທຸກ ​ຍາກ​ຂອງ​ປະຊາຊົນ ​ໄດ້​ຢ່າງ​ຖືກຕ້ອງ ຈຶ່ງ​ເຮັດ​ໃຫ້ການ​ ແກ້​ໄຂ​ຄວາມທຸກ​ຍາກ​ ຂອງ​ປະຊາຊົນ​ມີ​ປະສິດທິ​ຜົນ ​ແລະ ສາມາດ​ລຶບລ້າງ​ ຄວາມທຸກ​ຍາກ ​ຂອງ​ປະຊາຊົນ​ ໄດ້​ໂດຍ​ພື້ນຖານ ​ໃນ​ຈຳນວນ​ຫລາຍ​ບ້ານ, ​ເມືອງ ​ແລະ ​ແຂວງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.
ສະນັ້ນ ​ເພື່ອ​ເຮັດ​ໃຫ້​ວຽກ​ງານ​ແກ້​ໄຂ​ຄວາມທຸກ​ຍາກ ​ມີ​ປະສິດທິ​ຜົນ​ສູງ​ກວ່າ​ເກົ່າ, ​ໃນ​ວັນ​ທີ 19 ພະຈິກ 2015 ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຂັ້ນສູນກາງ ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື ການ​ກຳນົດ​ເປົ້າໝາຍ​ຄວາມ ທຸກ​ຍາກ ຮ່ວມ​ກັບ​ກອງ​ທຶນ​ຫລຸດຜ່ອນ ​ຄວາມທຸກ​ຍາກ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ແລະ ທະນາຄານ​ໂລກ ​ໂດຍ​ການ​ເປັນ​ປະທານຮ່ວມ​ຂອງ ທ່ານ​ນາງ ພອນ​ສະ​ຫລີ ສຸກ​ສະຫວັດ ຮອງ​ຫົວໜ້າ​ ສູນ​ສະຖິຕິ​ແຫ່ງ​ຊາດ ​ແລະ ທ່ານ​ນາງ ຊາລີ ​ແອວ ​ເບີ​ນິງ​ແຮມ ຜູ້ຕາງໜ້າ​ຫ້ອງການ ​ທະນາຄານ​ໂລກ​ ປະຈຳ​ລາວ.

ໃນ​​ໂອກາດ​ ນີ້, ຜູ້​ເຂົ້າຮ່ວມ​ໄດ້​ປຶກສາ​ຫາລື​ ​ແລະ ຮັບ​ຟັງ​ບົດຮຽນ​ກ່ຽວ​ກັບ​ຮູບ​ແບບ​ ການ​ກຳນົດ​ເປົ້າໝາຍ​ຄວາມທຸກ​ຍາກ ​ໃນ​ປັດຈຸບັນ, ລະບົບ​ຕິດຕາມ ​ແລະ ກຳນົດ​ເປົ້າໝາຍ​ ຄວາມທຸກ​ຍາກ​ແຫ່ງ​ຊາດ, ຄວາມ​ຈຳ​ເປັນ​ຂອງ​ການ​ກຳນົດ​ເປົ້າໝາຍ ​ຄວາມທຸກ​ຍາກ, ມາດຖານ ​ແລະ ວິທີ​ການ​ກຳນົດ​ເປົ້າໝາຍ​ ຄວາມທຸກ​ຍາກ ​ແລະ ຂົງ​ເຂດ​ການຈັດຕັ້ງປະຕິບັດ​ ວຽກ​ງານ​ດັ່ງກ່າວ ທີ່​ນຳ​ສະ​ເໜີ​ ໂດຍ ​ຜູ້​ຊຽວຊານ ຈາກ​ທະນາຄານ​ໂລກ ​ແລະ ມີ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫລວງ ສຳລັບ ສປປ ລາວ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການຈັດຕັ້ງປະຕິບັດ​ ວຽກ​ງານ​ແກ້​ໄຂ​ຄວາມທຸກ​ຍາກ ຢູ່​ປະ​ເທດ​ເຮົາ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...