spot_img
Homeນານາສາລະເຕັກນິກແຕ່ງໂຕໃຫ້ງາມສໍາຫລັບສາວອວບ/ແຂນໃຫຍ່/ຕົ້ນຂາໃຫຍ່/ໂຕສັ້ນ

ເຕັກນິກແຕ່ງໂຕໃຫ້ງາມສໍາຫລັບສາວອວບ/ແຂນໃຫຍ່/ຕົ້ນຂາໃຫຍ່/ໂຕສັ້ນ

Published on

201410050820590

ສາວ​ທີ່​ມີ​​ໂຕ​ສັ້

3-2_1

ສຳລັບ​ສາວ​ທີ່​ມີ​ໄລຍະ​ໂຕ​ສັ້ນ​ກວ່າ​ຂາ​ຈົນ​ເຫັນ​ໄດ້​ແຈ້ງ​ເໝາະ​ສົມກັບ​ໂສ້ງ​ແອວ​ຕ່ຳ ພໍ​ດີ​ໂຕ ບໍ່​ຕ່ຳ​ຫລື​ຟິດ​ເກີນ​ໄປ​ຈົນ​ເບິ່ງ​ໂປ໊ເປືອຍ ຊ່ວຍ​ເຮັດໃຫ້​ໄລຍະ​ໂຕ​ເບິ່ງ​ຍາວ​ຂຶ້ນ​ໄດ້ ທີ່​ສຳຄັນ​ໂສ້ງ​ແອວ​ຕ່ຳ​ຍັງ​ຊ່ວຍ​ປິດ​ຊີ້ນ​ສ່ວນ​ເກີນ​ບໍລິເວນ​ໜ້າ​ທ້ອງ​ໄດ້​ນໍາອີກ​ການ​ໃສ່​ເສື້ອ​ແອວ​ລອຍ​ໂຊ​ແອວ​ກໍ​ເຮັດໃຫ້​ລຳ​ໂຕ​ບໍ່​ເບິ່ງ​ສັ້ນແລະ​ເລືອກ​ໃສ່​ເປັນ​ຊຸດກະໂປ່ງ​ສັ້ນ​ໂຊ​​ຂາ ສຳລັບ​ສາວ​ທີ່​ມີ​ໄລຍະໂຕ​ສັ້ນ​​ບໍ່​ແນະ​ນຳ​ໃຫ້​ໃສ່​ເສື້ອ​ທີ່​ມີ​ຄວາມ​ຍາວ​ສໍ່າລະ​ດັບ​ແອວ​ເພາະ​ຈະ​ເຮັດໃຫ້​ລຳ​ໂຕ​ເບິ່ງ​ສັ້ນ ເລືອກ​ໃສ່​ເສື້ອ​ທີ່​ມີ​ຄວາມ​ຍາວ​ກາຍແອວ​ລົງ​ມາຈະ​ເໝາະ​ສົມກວ່າ​

ເສື້ອ​ແຂນ​ຕຸ໊​ກຕາ ແລະ​ເສື້ອ​ແຂນ​ສາມ​ສ່ວນ ຈະ​ຊ່ວຍ​ປິດ​ແຂນ​ໄດ້​ດີກວ່າ​ເສື້ອ​ແຂນ​ສັ້ນ​ຫລື​ແຂນ​ຍາວ​ເພາະ​ເຮັດໃຫ້​ເກີດ​ຄວາມ​ສົມ​ດຸນ​ຂອງ​ຮູບ​ຮ່າງ ຊ່ວຍ​ປິດຕົ້ນ​ແຂນ​ອວບ​ໃຫ້​ເບິ່ງ​ແຂນ​ນ້ອຍ ແລ້ວ​ຍັງ​ຊ່ວຍ​ເພີ່ມ​ໜ້າ​ຮັກ​ສົດ​ໃສ ເສື້ອ​ແຂນ​ກະ​ດິ່ງ ຫລື​ເສື້ອ​ມີ​ແຂນ​ໂປ່ງ​ຍາວ​ຮອດ​ຂໍ້​ມື​ກໍ​ຈະ​ຊ່ວຍ​ປິດ​ໃຫ້​ແຂນ​ເບິ່ງ​ສົມ​ດຸນ​ພໍ​ດີ​ກັບ​ແຂນ​ເສື້ອ​ໄດ້

ສາວ​ແຂນ​ໃຫຍ່

201403020942220

 

​ຄວນ​ລ້ຽງ​ການ​ໃສ່​ເສື້ອ​ແຂນ​ກຸດເພາະ​ຈະ​ເຮັດໃຫ້​ຍິ່ງ​ເນັ້ນ​ໄລຍະແຂນ​ໃຫ້​ເບິ່ງ​ໃຫຍ່​ຫລາຍ​ຂຶ້ນ ແຖມ​ສ່ວນ​ໂຄ້ງຂອງ​ແຂນ​ເສື້ອ​ຈະ​ເຮັດໃຫ້​​ໄຫລ່​ເບິ່ງ​ໃຫຍ່​ຂຶ້ນ​ໄປ​ອີກ ແຕ່​ຖ້າ​ສາວໆຄົນ​ໃດ​ຢາກ​ໃສ່​ກໍ​ຄວນ​ຫາ​ເສື້ອ​ຄຸມ​ທັບ​ອີກ​ຊັ້ນ​ໜຶ່ງແລະ​ບໍ່​ຄວນ​ໃສ່​ແຂນ​ເສື້ອ​ທີ່​ມີ​ຄວາມ​ຍາວ​ກາຍໄຫລ່​ລົງ​ມາ​ເພາະ​ຈະ​ເນັ້ນ​ໄລຍະ​ແຂນ​ໃຫ້​ໃຫຍ່​ຂຶ້ນ​ແລ້ວ​ຍັງ​ເນັ້ນ​​ແຂນ​ໃຫ້ເປັນ​ຈຸດ​ສົນ​ໃຈ​ເຂົ້າໄປ​ອີກ

ສຳລັບ​ສາວ​ແຂນ​ໃຫຍ່​ການ​ໃສ່​ເສື້ອ​ແຈັກ​ເກັດ ຜ້າ​ຄຸມ​ໄຫລ່ ຫລື​ ຄາລ​ດິ​ແກນ ກໍ​ເປັນ​ອີກ​ນຶງ​ໂຕຊ່ວຍ​ທີ່​ສາມາດ​ປິດ​ແຂນ​ໄດ້ ທີ່​ສຳຄັນ​ຄື​ຄວນ​ເລືອກ​ສີ​ເຂັ້ມ ຂະໜາດ​ພໍ​ດີ​ໂຕ

ສາວ​​ຂາ​ໃຫຍ່

cats-22

ຄວນ​ເລືອກ​ໃສ່​ກະ​ໂປງ​ຊົງ​​ສໍ​ສີ​ດຳ ຈະ​ຊ່ວຍ​ປິດ​ຂໍ້​ບົກຜ່ອງ​ໄດ້ ສ່ວນ​ທາງເທິງ​ຄວນ​ໃສ່​ເສື້ອ​ດ້ວຍ​ສີ​ສັນ​ສົດ​ໃສ ສາວ​ຂາ​ໃຫຍ່​ສາມາດ​ໃສ່​ໂສ້ງ​ໄດ້​ທຸກ​ແບບ​ບໍ່​ວ່າ​ຈະ​ສັ້ນ​ຫລື​ຍາວພຽງ​ແຕ່​ຈະ​ຕ້ອງ​ເລືອກ​ໂສ້ງ​ທີ່​ຄ່ອນ​ຂ້າງ​ເບິ່ງ​ຫລົມ​ໜ້ອຍໜຶ່ງແບບ​ບໍ່​ຮັດ​​ເນັ້ນ​ຂາ​ຈົນ​ເກີນ​ໄປ ເພາະ​ຈະ​ເຮັດໃຫ້​ເບິ່ງ​ເຕ້ຍ​ກຶດ​ແລະ​ເນັ້ນ​ໃຫ້​ເຫັນ​ຕົ້ນ​ຂາ​ແລະ​ນ່ອງ ສ່ວນ​ການ​ເລືອກ​ໃສ່​ຂາ​ສັ້ນ​ຄວນ​ເລືອກ​ເປັນ​ແບບ​ທີ່​ບໍ່​ຮັດ​ຕົ້ນ​ຂາແລະ​ການ​ໃສ່​ໂສ້​ຂາ​ຍາວ​ໂທນສະ​ແລັກ ສະ​ກິນ​ນີ​ໂທນ​ສີ​ເຂັ້ມໆຫລື​ລາຍ​ທາງ ກໍ​ຈະ​ຊ່ວຍ​ປົກ​ປິດ​ຂາ​ໃຫຍ່ ເພີ່ມ​ຄວາມ​ສ້ວຍ​ຍາວ​ໃຫ້​​ຂາ​ໄດ້ ບໍ່​ຄວນ​ໃສ່​ໂສ້ງ​ທີ່​ຟິດ​ພໍ​ດີ​ໂຕ ໂສ້ງ​ຂາ​ກະ​ດິ່ງ​ຫລື​ຂາ​ມ້າ​ກໍ​ບໍ່​ຄວນ​​ເພາະ​ໂສ້ງ​ທັງ 2 ແບບ​ນີ້​ຈະ​ຮັດ​ໄລຍະ​ຕົ້ນ​ຂາ​ແລ້ວ​ບານ​​ປາຍ​ຂາ​ເຮັດ​ໃຫ​ຂາ​ຍິ່ງ​ເບິ່ງ​ໃຫຍ່​ເຂົ້າໄປ​ອີກ

ຫລີກລ້ຽງ​ການ​ໃສ່​ເກີບ​ທີ່​ມີ​ສາຍ​ຮັດ​ຂໍ້​ຕີນເພາະ​ຈະ​ເຮັດໃຫ້​ເບິ່ງ​

ເລືອກ​ຊຸດ ກະ​ໂປງ ຫລື ​ໂສ້ງ ທີ່​​ບານ​ອອກ ຊຶ່ງ​ຈະ​ເຮັດໃຫ້​ເສື້ອ​ຜ້າ​ເບິ່ງ​ເດັ່ນ​ຂຶ້ນ​ແລະ​ຊ່ວຍ​ປິດ​ໃຫ້​ຂາ​ເບິ່ງ​ນ້ອຍ​ລົງ

ເປັນແນວໃດ​ກັນ​ແນ່ກັບ​ເຕັກ​ນິກ​ການ​ປິດ​ຮູບ​ຮ່າງ​ທີ່​ນຳ​ຝາກ​ສາວໆຫວັງ​ວ່າ​ຈະ​ຖືກ​ເອິກ​ຖືກ​ໃຈ​ກັນ​ສິ່ງ​ທີ່​ສຳຄັນ​ໃນ​ການ​ແຕ່ງ​ໂຕ​ກໍ​ຄື​ຄວາມຫມັ້ນ​ໃຈ​ເພາະ​ເປັນ​ສິ່ງ​ທີ່​ບໍ່​ມີ​ໃຜ​ບອກ​ໃຫ້​ເຮົາ​ເຮັດ​ໄດ້​ນອກ​ຈາກ​ເຮົາ​ສ້າງ​ມັນ​ຂຶ້ນ​ມາ​ເອງ​

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...