spot_img
Homeຂ່າວການພັດທະນາໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳບີ ແຂວງເຊກອງ ຈະສຳເລັດພາຍໃນ 5 ປີ

ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳບີ ແຂວງເຊກອງ ຈະສຳເລັດພາຍໃນ 5 ປີ

Published on

ff877f199a85f7cda89650ca75461837

ວັນ​ທີ 18 ພະຈິກ 2015 ທີ່ໂຮງແຮມ​ແລນ​ມາກ ນະຄອນຫຼວງ​ວຽງ​ຈັນ ໄດ້​ມີ​ພິທີ​ລົງ​ນາມເຊັນ​ສັນຍາ​ ໂຄງການ​ກໍ່ສ້າງເຂື່ອນ​ໄຟຟ້າ​ນ້ຳບີ ລະຫວ່າງ​ທ່ານ ​ດຣ. ບຸນ​ສະຫຼອງ ສຸດທິ​ດາ​ຣາ ປະທານ​ສະພາ​ບໍລິຫານ​ບໍລິສັດ ພາວ​ເວີ ຈຳກັດ ແລະ ທ່ານ ຈາງ ຈ້ຽນ ເຢວ້ ປະທານ ແລະ ຜູ້​ອຳນວຍ​ການ​ໃຫຍ່​ບໍລິສັດ ພາວ​ເວີ ໄຊ​ນາ ເສີນ​ຕູ່ ເອັນ​ຈີ​ເນຍ​ຣິງ ຄໍເປີ​ເຣ​ຊັນ ຈຳກັດ ໂດຍ​ເຂົ້າ​ຮ່ວມເປັນ​ສັກຂີ​ພິຍານ​ຂອງ​ທ່ານ ​ດຣ. ຄຳ​ມະນີ ອິນ​ທິ​ລາດ ລັດ​ຖະ​ມົນຕີ​ວ່າການ​ກະຊວງ​ພະລັງງານ ແລະ ບໍ່​ແຮ່ ທ່ານ ເຫຼັກໄຫຼ ສີວິໄລ ຮອງ​ເຈົ້າແຂວງ​ເຊ​ກອງ ພ້ອມດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງສອງ​ຝ່າຍ.

ໂຄງການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳບີ ເປັນ​ເຂື່ອນ​ໄຟຟ້າ​ນ້ຳຕົກ ທີ່​ມີ​ທີ່​ຕັ້ງ​ຢູ່​ເມືອງ​ດາກ​ຈຶງ ແຂວງເຊ​ກອງ ຄາດ​ວ່າ​ຈະ​ໃຊ້​ເວລາການ​ກໍ່ສ້າງ​ປະມານ 5 ປີ ສຳເລັດລວມ​ມູນ​ຄ່າ​ປະມານ 272 ລ້ານໂດ​ລາ​ສະຫະລັດ ຫຼື ປະມານ 2.176 ຕື້​ກີບ ພາຍຫຼັງ​ການ​ກໍ່ສ້າງ​ສຳເລັດ​ຈະ​ມີ​ກຳລັງ​ຕິດ​ຕັ້ງ 135 ເມ​ກາ​ວັດ ເຊິ່ງ​ຈະ​ສາມາດຜະລິດ​ພະລັງງານ​ໄຟຟ້າ​ໄດ້​ເຖິງ 680 ກິ​ໂລ​ວັດ​ໂມງ​ຕໍ່​ປີ ສະໜອງໃຫ້​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ ເພື່ອ​ຈຳໜ່າຍ​ພາຍ​ໃນ​ປະເທດ.

ບໍລິສັດ ນ້ຳບີ ພາວ​ເວີ ຈຳກັດ ຖືກ​ສ້າງຕັ້ງ​ຂຶ້ນ​ພາຍ​ໃຕ້​ການ​ຮ່ວມ​ທຶນ​ລະຫວ່າງ ບໍລິສັດ ຜະລິດ-ໄຟຟ້າ​ລາວ ມະຫາຊົນ ຖື​ຮຸ້ນ 80% ແລະ ບໍລິສັດ ຈັນ​ຖາວອນກໍ່ສ້າງ ແລະ ສ້ອມແປງ​ຂົວ​ທາງ ຈຳກັດ 20% ເພື່ອ​ສຳ​ປະທານເຂື່ອນ​ດັ່ງກ່າວ ໃນ​ຮູບ​ແບບ​ການກໍ່ສ້າງ​ເປັນ​ເຈົ້າ​ຂອງ ແລະ ຄຸ້ມຄອງ​ດຳເນີນ​ການ (BOT) ພາຍຫຼັງ​ໝົດ​ອາຍຸ​ສຳ​ປະທານ ​ກໍ່​ຈະມອບ​ໂອນ​ໃຫ້​ກັບ​ລັດຖະບານ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...