spot_img
Homeຂ່າວທ້ອງຖິ່ນອົງການກາແດງລາວ ມອບເຄື່ອງຊ່ວຍເຫຼືອ ໃຫ້ຄອບຄົວທີ່ຖືກໄຟໄໝ້ຢູ່ ນ.ວ

ອົງການກາແດງລາວ ມອບເຄື່ອງຊ່ວຍເຫຼືອ ໃຫ້ຄອບຄົວທີ່ຖືກໄຟໄໝ້ຢູ່ ນ.ວ

Published on

21ff18c5f1fd9e9777e657c48ee1b97c

ລະຫວ່າງ​ວັນ​ທີ 5-12 ພະຈິກ 2015 ຫ້ອງການອົງການ​ກາແດງ​ລາວ ປະຈຳ​ນະຄອນຫຼວງວຽງ​ຈັນ ໄດ້​ໄປ​ມອບ​ເຄື່ອງ​ຊ່ວຍເຫຼືອ ໃຫ້​ບັນດາ​ຄອບຄົວ​ຜູ້​ທີ່​ຖືກໄຟ​ໄໝ້ ຈຳນວນ 3 ຄອບຄົວຢູ່ 2 ບ້ານຄື: ບ້ານ​ໜອງ​ບົວທອງ​ໃຕ້ ເມືອງ​ສີ​ໂຄດ​ຕະບອງ 1 ຄອບຄົວ ແລະ ບ້ານ​ສະພັງ​ໝໍ້ ເມືອງ​ໄຊເຊດ​ຖາ ຈຳນວນ 2 ຄອບຄົວ ກ່າວ​ມອບ​ໂດຍ​ທ່ານ ​ດຣ. ຄຳ​ພູ ກອງ​ມະນີ ຫົວໜ້າ​ຫ້ອງການອົງການ​ກາແດງ​ລາວ ປະຈຳ​ນະຄອນ​ຫຼວງ​ວຽງ​ຈັນ ແລະ ກ່າວ​ຮັບໂດຍ​ອຳນາດ​ການ​ປົກຄອງ​ບ້ານໜອງ​ບົວທອງ​ໃຕ້ ແລະ ບ້ານ​ສະພັງ​ໝໍ້ ມີ​ຜູ້ຕາງໜ້າ​ຄອບຄົວ​ທີ່ຖືກ​ໄຟ​ໄໝ້ ແລະ ພະນັກງານ​ທີ່ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ເຄື່ອງ​ຊ່ວຍເຫຼືອ​ທີ່​ທາງ​ອົງການ​ກາແດງ​ລາວ ​ປະຈຳ​ນະຄອນຫຼວງ​ວຽງ​ຈັນ ​ນຳໄປ​ມອບ​ໃຫ້​ບັນດາ​ຄອບຄົວ ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ອັກຄີ​ໄພ​ຄັ້ງ​ນີ້ ​ປະກອບ​ມີ​ເຄື່ອງນຸ່ງ​ຫົ່ມ ເຄື່ອງໃຊ້​ສອຍ​ໃນຄົວ​ເຮືອນ ເຂົ້າສານ ອາຫານແຫ້ງ ແລະ ໝີ່​ໄວໆ​ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ​ທັງ​ໝົດ 2.080.000 ກີບ ທັງ​ນີ້​ກໍ່​ເພື່ອເປັນ​ການ​ບັນເທົາ​ທຸກ​ໃນ​ເບື້ອງ​ຕົ້ນ ແຕ່​ຖ້າ​ຫາກ​ພາກສ່ວນ​ໃດ ຫຼື ບຸກຄົນ​ໃດ​ຫາກ​ມີ​ຈິດໃຈ​ເມດ​ຕາ ກໍ່​ສາມາດ​ນຳ​ເອົາ​ເຄື່ອງ​ໄປ​ຊ່ວຍເຫຼືອ​ຄອບຄົວ​ ທີ່​ໄດ້​ຮັບ​ເຄາະ​ຮ້າຍຄັ້ງ​ນີ້​ໄດ້ ບໍ່​ວ່າ​ຈະ​ຜ່ານ​ອົງການກາແດງ​ລາວ ອຳນາດ​ການ​ປົກຄອງ​ບ້ານ ຫຼື ຈະ​ໄປ​ມອບ​ໃຫ້ໂດຍ​ກົງ​ກໍ່​ໄດ້.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...