spot_img
Homeຂ່າວຕ່າງປະເທດຂູ່ອີກ! ໄອເອັສຂູ່ໂຈມຕີທຳນຽບຂາວ ແລະ ປາຣີອີກຮອບ ດ້ວຍມືລະເບີດຂ້າຕົວຕາຍ!

ຂູ່ອີກ! ໄອເອັສຂູ່ໂຈມຕີທຳນຽບຂາວ ແລະ ປາຣີອີກຮອບ ດ້ວຍມືລະເບີດຂ້າຕົວຕາຍ!

Published on

558000013331901

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ພະຈິກນີ້ວ່າ ນັກຮົບກຸ່ມລັດອິດສະລາມ ຫລື ໄອເອັສ ໄດ້ເຜີຍແຜ່ວີດີໂອໃນມື້ວານນີ້ (19 ພະຈິກ) ຂູ່ຈະໂຈມຕີ ທຳນຽບຂາວ ຂອງລັດຖະບານສະຫະລັດອາເມຣິກາ ດ້ວຍມືລະເບີດຂ້າຕົວຕາຍ ແລະ ລະເບີດລົດ ພ້ອມຂູ່ຈະປະຕິບັດການ ໂຈມຕີນະຄອນຫລວງປາຣີ ອີກຮອບໜຶ່ງ ໂດຍວີດີໂອດັ່ງກ່າວ ມີຄວາມຍາວ 6 ນາທີ ຊຶ່ງກ່ອນໜ້ານີ້ 1 ວັນ ກຸ່ມດັ່ງກ່າວ ກໍໄດ້ເຜີຍແຜ່ວີດີໂອ ຂູ່ຈະທຳການໂຈມຕີ ນະຄອນນິວຢອກ ສະຫະລັດອາເມຣິກາ ດ້ວຍມືລະເບີດຂ້າຕົວຕາຍເຊັ່ນກັນ.

ແນວໃດກໍຕາມ ທ່ານ ເຈມ ໂຄມີ ຜູ້ອຳນວຍການ ອົງການສືບສວນ-ສອບສວນກາງ ສະຫະລັດອາເມຣິກາ ຫລື FBI ໄດ້ກ່າວວ່າ ຍັງບໍ່ເປັນທີ່ແນ່ນອນ ວ່າຄຳຂູ່ດັ່ງກ່າວ ມີຄວາມໜ້າເຊື່ອຖືໃດໆເທື່ອ.

 

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...