spot_img
Homeຂ່າວພາຍ​ໃນສູນກາງແນວລາວສ້າງຊາດ ຈະຈັດກອງປະຊຸມພົບປະ ຜູ້ຊົງຄຸນວຸດທິທົ່ວປະເທດ!

ສູນກາງແນວລາວສ້າງຊາດ ຈະຈັດກອງປະຊຸມພົບປະ ຜູ້ຊົງຄຸນວຸດທິທົ່ວປະເທດ!

Published on

l253

ປລ. ຄະນະກຳມະການ ສູນກາງແນວລາວສ້າງຊາດ (ສນຊ) ​ແຈ້ງໃຫ້ຊາບວ່າ: ຜ່ານການກະກຽມໃນດ້ານຕ່າງໆ ມາຮອດປັດຈຸບັນນີ້ແມ່ນໄດ້ມີຄວາມກຽມພ້ອມ ໃນທຸກດ້ານເພື່ອດຳເນີນກອງປະຊຸມຜູ້ຊົງຄຸນວຸດທິທົ່ວປະເທດເຊິ່ງຈະໄດ້ຈັດຂຶ້ນແຕ່ວັນທີ 28-30 ພະຈິກ 2015 ທີ່ນະຄອນຫລວງວຽງຈັນໂດຍຈະມີຜູ້ແທນເຂົ້າຮ່ວມ ທັງໝົດ 1.400 ກວ່າທ່ານ, ​ໃນນັ້ນ ຈະມີຕົວແທນຂອງຊົນເຜົ່າ ໃນທົ່ວປະເທດຈຳນວນ 49 ຊົນເຜົ່າເຂົ້າຮ່ວມ. ການຈັດກອງປະຊຸມດັ່ງກ່າວ ແມ່ນໜຶ່ງໃນການສະເຫລີມສະຫລອງ ວັນສຳຄັນປະຫວັດສາດ ຂອງຊາດ ກໍຄື ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ.

ທ່ານ ວົງຈັນ ພົມສະຫວັດ ຮອງປະທານສູນກາ ງແນວລາວສ້າງຊາດ, ຜູ້ຊີ້ນຳວຽກງານຊົນເຜົ່າໄດ້ຖະແຫລງ ຂ່າວຕໍ່ສື່ມວນຊົນໃນວັນທີ 25 ພະຈັກ 2015 ​ໂດຍໄດ້ໃຫ້ຮູ້ວ່າ: ກອງປະຊຸມພົບປະຜູ້ຊົງຄຸນວຸດທິ ທົ່ວປະເທດໃນຄັ້ງນີ້ແມ່ນເພື່ອປັບປຸງແລະເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນລາວແນໃສ່ເພີ່ມທະວີກຳລັງແຮງ ສັງລວມຂອງຊາດເຮົາ ດັ່ງນັ້ນ ຜູ້ແທນກອງປະຊຸມ ຈະໄດ້ຮ່ວມກັນສະຫລຸບຕີລາຄາ ການຈັດຕັ້ງປະຕິບັດ ບັນດາມະຕິຂອງພັກ ກ່ຽວກັບນະໂຍບາຍຊົນເຜົ່າ, ພ້ອມນັ້ນຍັງຈະໄດ້ຮັບຟັງ ການໂອ້ລົມຂອງການນຳ ພັກລັດ, ​ແນວລາວສ້າງຊາດແລະເຂົ້າຮ່ວມງາມສະເຫລີມສະຫລອງ ສອງວັນປະຫວັດສາດ. ນອກນັ້ນ ບັນດາຜູ້ແທນຜູ້ຊົງຄຸນວຸດທິ ຈາກທ້ອງຖິ່ນຕ່າງໆຈະໄດ້ເຄື່ອນໄຫວຢ້ຽມຢາມ ບັນດາໂຄງການພັດທະນາ ເສດຖະກິດສັງຄົມ ຢູ່ ນະຄອນຫລວງວຽງຈັນ ຈຳນວນໜຶ່ງ.

ທ່ານ ວົງຈັນ ພົມສະຫວັດ ຕາງໜ້າໃຫ້ຄະນະກຳມະການ ສູນກາງແນວລາວສ້າງຊາດໄດ້ເຊີນຊວນພະນັກ ງານ, ລັດຖະກອນ, ທະຫານ, ຕຳຫລວດແລະ ປະຊາຊົນລາວບັນດາເຜົ່າໂດຍສະເພາະແມ່ນ ຊາວນະຄອນຫລວງວຽງຈັນ ຮ່ວມກັນເປັນເຈົ້າພາບ ຈັດຕັ້ງກອງປະຊຸມຄັ້ງນີ້ ລວມເຖິງການສະເຫລີມສະຫລອງ​ 2 ວັນປະຫວັດສາດ ໃຫ້ມີຄວາມຄຶກຄື້ນແລະ ສົມກຽດ. ພ້ອມ​ນີ້, ຍັງ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ທຸກ​ຊັ້ນ​ຄົນ, ສາສະໜາ ​ແລະ ທຸກ​ເພດ​ໄວ ຕະຫລອດ​ຮອດ ​ບັນດາ​ພີ່ນ້ອງ​ຊາວ​ລາວ​ ທີ່​ດຳລົງ​ຊີວິດ ​ແລະ ທຳ​ມາ​ຫາ​ກິນ​ຢູ່​ຕ່າງປະ​ເທດ ​ເຊິ່ງຍາມ​ໃດ​ກໍ​ໄດ້​ໃຫ້ການ​ສະໜັບ​ສະ​ໜູນ ພາລະກິດ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ປອງ​ດອງ ​ທົ່ວ​ປວງ​ຊົນ​ທັງ​ຊາດ ຂອງ​ອົງການ​ແນວ​ລາວ​ສ້າງ​ຊາດ ​ໃນ​ໂລ​ຍະ​ຜ່ານ​ມາ ​ແລະ ​ເຊື່ອ​ໝັ້ນ​ວ່າ ທຸກ​ທ່ານ​ຈະ​ສືບ​ຕໍ່​ ໃຫ້ການ​ສະໜັບສະໜູນ​ຕະຫລອດ​ໄປ ​ໃນ​ຕໍ່ໜ້າ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...