spot_img
Homeຂ່າວຕ່າງປະເທດຝຣັ່ງຂວັນເສຍອີກ! ເກີດເຫດຈັບຕົວປະກັນ ຢູ່ທາງພາກເໜືອຂອງປະເທດ ໃກ້ຊາຍແດນແບນຊິກ!

ຝຣັ່ງຂວັນເສຍອີກ! ເກີດເຫດຈັບຕົວປະກັນ ຢູ່ທາງພາກເໜືອຂອງປະເທດ ໃກ້ຊາຍແດນແບນຊິກ!

Published on

EyWwB5WU57MYnKOuYBmau2Jp1C4g2QxojVpjKKaH3IjpWF4zCAOrbR

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25ຼ ພະຈິກນີ້ວ່າ ເກີດເຫດກຸ່ມມືປືນ ບໍ່ຮູ້ຝ່າຍ ແລະ ບໍ່ຮູ້ຈຳນວນແນ່ນອນ ໄດ້ກໍ່ເຫດຈັບກຸມຕົວປະກັນ ທີ່ເມືອງຣູເບ (Roubaix) ທາງພາກເໜືອຂອງ ປະເທດຝຣັ່ງ ໃກ້ກັບຊາຍແດນປະເທດແບນຊິກ ແຕ່ທາງການຄາດວ່າ ໜ້າຈະບໍ່ກ່ຽວຂ້ອງ ກັບເຫດການໂຈມຕີປາຣີ ເມື່ອວັນທີ 13 ພະຈິກຜ່ານມາ. 

ເຫດການດັ່ງກ່າວ ໄດ້ມີສຽງປືນດັງຂຶ້ນ ຕັ້ງແຕ່ເວລາ 19:00 ໂມງ ຊຶ່ງກົງກັບເວລາ 01:00 ໂມງກາງເດິກ ຂອງວັນທີ 25 ພະຈິກ ຕາມເວລາໃນປະເທດລາວ ໂດຍຜູ້ທີ່ຖືກຈັບກຸມເປັນຕົວປະກັນ ອາດເປັນຜູ້ອຳນວຍການທະນາຄານແຫ່ງໜຶ່ງ ແລະ ຄອບຄົວຂອງລາວ ແລະ ຕຳຫລວດຄາດວ່າ ອາດເປັນການປຸ້ນຊັບ ຊຶ່ງບໍ່ກ່ຽວຂ້ອງກັບການກໍ່ການຮ້າຍ ຊຶ່ງແຫລ່ງຂ່າວໄດ້ລາຍງານວ່າ ໄດ້ມີສຽງປືນແຕກຫລາຍນັດ ແລະ ມີຜູ້ບາດເຈັບອີກຫລາຍຄົນ ໃນຂະນະທີ່ຕຳຫລວດ ໄດ້ປິດກັ້ນພື້ນທີ່ອ້ອມຮອບໄວ້ໝົດແລ້ວ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...