spot_img
Homeຂ່າວພາຍ​ໃນກອງທັບລາວ ໄດ້ຫລຽນຄຳປະຫວັດສາດຫລຽນທຳອິດ ຈາກການແຂ່ງຂັນ ຍິງປືນກອງທັບອາຊຽນ!

ກອງທັບລາວ ໄດ້ຫລຽນຄຳປະຫວັດສາດຫລຽນທຳອິດ ຈາກການແຂ່ງຂັນ ຍິງປືນກອງທັບອາຊຽນ!

Published on

 

thu26nov2

ນັບ​ແຕ່​ກອງທັບ​ປະຊາຊົນ​ລາວ​ພວກ​ເຮົາ ​ໄດ້​ເຂົ້າ​ຮ່ວມ​ແຂ່ງຂັນ ​ກີລາ​ຍິງ​ປືນກອງທັບ​ບົກ​ອາ​ຊຽນ ຄັ້ງ​ທຳ​ອິດ​ໃນ​ປີ 1999 ຈົນ​ມາ​ຮອດ​ປີ 2014 ​ສປປ ລາວ ພວກ​ເຮົາ​ບໍ່​ເຄີຍ​ໄດ້​ລາງວັນ​ຫຍັງ​ເລີຍ ແລະ ຄອງ​ອັນດັບ​ທີ 9 ໃນ​ສິບ​ປະເທດ​ອາ​ຊຽນ​ເລື້ອຍໆ​ມາ ຕົກ​ມາ​ໃນ​ປີ 2015 ກະຊວງ​ປ້ອງ​ກັນ​ປະເທດ ​ເຫັນ​ໄດ້​ບົດບາດ ແລະ ຄວາມ​ສຳຄັນ​ຂອງ​ການ​ເຂົ້າ​ຮ່ວມ​ໃນ​ລາຍການ​ແຂ່ງຂັນ​ດັ່ງກ່າວ ຈຶ່ງ​ໄດ້​ປະກອບ​ປືນ​ໃໝ່​ທີ່​ນຳ​ເຂົ້າ​ຈາກ​ສາທາ​ລະນະ​ລັດອິນ​ໂດ​ເນ​ເຊຍ ຍ້ອນ​ລາຍການ​ແຂ່ງຂັນ​ດັ່ງກ່າວ​ນີ້ ມັນ​ເປັນ​ການ​ແລກປ່ຽນ​ບົດຮຽນ​ທາງ​ດ້ານ​ລະດັບ​ຄວາມ​ສາມາດ​ ໃນ​ການ​ນຳ​ໃຊ້​ອາ​ວຸ​ດຍຸດ​ໂທ​ປະກອນ ແລະ ເພື່ອ​ເປົ້າ​ໝາຍ​ການ​ລວມ​ຕົວ​ກັນ​ເຂົ້າ​ເປັນ​ປະຊາ​ຄົມ​ອາ​ຊຽນ ​ທີ່​ເຂັ້ມແຂງ​ໃນ​ທ້າຍ​ປີ​ນີ້.

ຜົນງານ​ໃນ​ການ​ເຂົ້າ​ຮ່ວມ​ແຂ່ງຂັນ​ຍິງ​ປືນ​ຊີງ​ແຊັມ​ກອງທັບ​ບົກ​ອາ​ຊຽນ ໃນ​ວັນ​ທີ 21 ພະຈິກ 2015 ນີ້ ຈຶ່ງ​ອອກ​ມາ​ເປັນ​ທີ່​ໜ້າ​ພໍໃຈ​ຕໍ່​ປະເທດ​ຂອງ​ພວກ​ເຮົາ ເພາະ​ນັກ​ຍິງ​ປືນ​ກອງທັບ​ປະຊາຊົນ​ລາວ​ຂອງ​ພວກ​ເຮົາ ສາມາດ​ຍາດ​ໄດ້​ຫຼຽນ​ຄຳ​ເປັນ​ຫຼຽນ​ທຳ​ອິດ​ຂອງ ​ສປປ ລາວ ນັບ​ແຕ່​ໄດ້​ເຂົ້າ​ຮ່ວມ​ແຂ່ງຂັນ​ສິບ​ກວ່າ​ປີຜ່ານມາ ນອກ​ນີ້ຍັງ​ໄດ້​ຂັນ​ຊະນະ​ເລີດ 1 ໜຶ່ງ ເຊິ່ງ​ທັງ​ສອງ​ລາງວັນ​ນີ້ ແມ່ນ​ໄດ້​ມາ​ຈາກ​ທິມ​ປືນ​ສັ້ນ​ຊາຍ​ໃນ​ຄູ່ 5 ຫຼືວ່າປະເພດ​ບົດ​ຍິງ​ຈາກ​ບົດ​ທີ​ຫ້າ ເຊິ່ງ​ກະຕິ​ກາ​ການ​ແຂ່ງຂັນ​ແມ່ນ​ຈະ​ຄັດ​ເອົາ​ທິມ​ທີ່​ຍິງ​ໄວ ແລະ ແມ່ນ​ຢຳ​ຈາກ 10 ປະເທດ ຄັດ​ເອົາ 6 ຈາກ 6 ຄັດ​ເອົາ 4 ແລະ ຈາກ 4 ຄັດ​ເອົາ 2 ທິມ​ໄປ​ຊີງ​ຊະນະ​ເລີດ ໂດຍ​ໃນ​ຮອບ​ຄັດ​ເລືອກ​ນັ້ນ ທິມ​ຊາດ​ລາວ ຊະນະ​ທິມ​ເຕັງ ໄທ ຕົກ​ຮອບ​ທຳ​ອິດ ແລ້ວ​ຜ່ານ ສິງກະໂປ ອິນ​ໂດ ມາ​ເລເຊຍ ແລະ ຮອງ​ຊິງ​ຊະນະ​ເລີດ ກໍ່​ເອົາ​ຊະນະ​ປະເທດ​ຟິ​ລິບ​ປິນ​ດ້ວຍ​ຄວາມ​ໄວ​ ໃນ​ການ​ຍິງ 15 ວິນາທີ 78 ລິບດາຕໍ່ 15 ວິນາທີ 91 ລິບດາ ໄດ້ຄອງຫລຽນຄຳຫລຽນທຳອິດໃນປະຫວັດສາດ. ພາຍຫລັງ ພິທີປິດການແຂ່ງຂັນໃນວັນທີ 25 ພະຈິກນີ້ແລ້ວຄາດວ່າທັບ  ນັກກີລາຍິງປືນຂອງພວກເຮົາ ຈະເດີນທາງກັບໃນວັນທີ 27 ພະຈິກ ປີ 2015 ນີ້.

wed19nov4

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...