spot_img
Homeຂ່າວການພັດທະນາ3 ບ້ານ ແລະ 5 ບຸກຄົນທົ່ວປະເທດ ໄດ້ຮັບນາມມະຍົດ ພັດທະນາດີເດັ່ນແຫ່ງຊາດ!

3 ບ້ານ ແລະ 5 ບຸກຄົນທົ່ວປະເທດ ໄດ້ຮັບນາມມະຍົດ ພັດທະນາດີເດັ່ນແຫ່ງຊາດ!

Published on

1-1

ຂະບວນການແຂ່ງຂັນຮັກຊາດ ແລະ ສ້າງບ້ານພັດທະນາ ເພື່ອຊຸກຍູ້ວຽກງານສາມສ້າງເຂົ້າສູ່ລວງເລິກໃນທົ່ວປະເທດ ໃນໄລຍະຜ່ານມາໄດ້ເຮັດໃຫ້ 3 ບ້ານ ແລະ ບຸກຄົນ 5 ທ່ານ ໄດ້ຮັບນາມມະຍົດພັດທະນາດີເດັ່ນແຫ່ງຊາດ, ຂະນະທີ່ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ປະທານປະເທດ ໄດ້ຢ້ຳວ່າ ຜົນສຳເລັດອັນໃຫຍ່ຫຼວງ ຂອງຂະບວນການ ດັ່ງກ່າວແມ່ນເຮັດໃຫ້ ລະບົບການເມືອງຢູ່ຮາກຖານ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນ.
ກອງປະຊຸມສະຫຼຸບຕີລາຄາ ແລະ ຍ້ອງຍໍຜົນງານດີເດັ່ນ ຂອງຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ເສີມຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງ ເລິກໃນທົ່ວປະເທດ ໄດ້ອັດລົງດ້ວຍຜົນສຳເລັດ ໃນວັນທີ 26 ພະຈິກນີ້ທີ່ຫໍປະຊຸມແຫ່ງຊາດ ໂດຍມີສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ປະທານປະເທດ, ມີບັນດາການນຳພັກ-ລັດ, ນາຍບ້ານສາມສ້າງ, ຄອບຄົວຕົວແບບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບການລາຍງານກ່ຽວກັບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ສ້າງບ້ານພັດທະນາຈາກສະຫາຍ ບຸນຍັງ ວໍລະຈິດ ຮອງປະທານປະເທດ ຫຼັງຈາກນັ້ນໄດ້ຮັບຟັງການລາຍງານຂອງບັນດາບ້ານ 3 ສ້າງ, ຄອບຄົວຕົວແບບພ້ອມທັງໄດ້ຍ້ອງຍໍບ້ານ, ຄອບຄົວຕົວແບບ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ໂດຍມີ 3 ບ້ານຄື: ບ້ານບວມເລົາ-ຜາແກ້ວ, ບ້ານເມືອງປາເມືອງປາກລາຍ ແລະ ບ້ານສີບຸນເຮືອງເມືອງຮຸນ ແຂວງ ອຸດົມໄຊ ໄດ້ຮັບນາມມະຍົດພັດທະນາ ດີເດັ່ນແຫ່ງຊາດ, ສ່ວນບຸກຄົນມີ 5 ທ່ານປະກອບ ມີ: ທ່ານ ດຣ. ນາງ ພູດາໄລ ລັດວິໄລວົງ ຫົວໜ້າສູນຄົ້ນຄວ້າ ແລະ ຂະຫຍາຍແນວພັນເຂົ້າ ທ່າສະໂນ ເມືອງໄກສອນ ພົມ ວິຫານ ແຂວງສະຫວັນນະເຂດ, ນາງ ສົງບັນດິດ ຍົດໝັ້ນຄົງ ອຳນວຍການບໍລິສັດທົ່ງລະຫາ ສິນ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ທ່ານ ເກຍ ອູ້ສິດທິເດດ ຜູ້ອຳນວຍ ການໂຮງງານຜະລິດນ້ຳດື່ມ-ນ້ຳກ້ອນໂລມາຄຳ ເມືອງໄກ ສອນ ພົມວິຫານ ແຂວງສະ ຫວັນນະເຂດ, ທ່ານ ແຖວທອງ ຈັນທີລັກ ຕົວແບບ ດີເດັ່ນບ້ານ ໃຫຍ່ ເມືອງບໍ່ແຕນ ແຂວງໄຊຍະບູລີ ແລະ ທ່ານ ລາວມາລີຄຳ ສຸກເຢຍເຊັງ  ຫົວໜ້າສະຫະກອນຢາງພາລາເລກ 1 ບ້ານ ຫາດຍາວ ເມືອງ ແລະ ແຂວງ ຫຼວງນ້ຳທາ ໄດ້ຮັບນາມມະຍົດ ພັດທະນາດີເດັ່ນແຫ່ງຊາດ; ນອກຈາກນີ້ຍັງມີ 190 ບ້ານ ແລະ 184 ທ່ານ ໄດ້ຮັບຫຼຽນໄຊ ແຮງງານຊັ້ນ I; ຫຼຽນໄຊແຮງ ງານຊັ້ນ II ມີ 451 ບ້ານ ແລະ 609 ທ່ານ ແລະ ຫຼຽນໄຊແຮງ ງານຊັ້ນ III ມີ 666 ບ້ານ ແລະ 1.476 ທ່ານ.
ນອກຈາກນີ້ ທີ່ປະຊຸມຍັງປະກາດ “ ການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງສູ່ ລວງເລິກທົ່ວປະເທດ” ໃນໂອກາດໂອ້ລົມ ກອງປະຊຸມສະຫາຍ ຈູມມາລີ ໄຊຍະສອນ ກ່າວວ່າ: ຜົນສຳເລັດອັນໃຫຍ່ ຫຼວງກວ່າໝູ່ຂອງຂະບວນການ ແຂ່ງຂັນຮັກຊາດ ແລະ ສ້າງ ບ້ານພັດທະນາແມ່ນລະບົບ ການເມືອງຢູ່ຮາກຖານບ້ານໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງຂຶ້ນ; ຊົນນະບົດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍມີສ່ວນຮ່ວມຢ່າງຕັ້ງໜ້າເປັນເຈົ້າ ການຂອງປະຊາຊົນບັນດາເຜົ່າ; ຄອບຄົວທຸກຍາກ, ບ້ານທຸກຍາກໄດ້ຮັບການ ແກ້ໄຂເປັນກ້າວໆ; ກຸ່ມການຜະ ລິດເປັນສິນຄ້າ ໂດຍມີການ ຊ່ວຍໜູນດ້ານສິນເຊື່ອຈາກ ທະນາຄານນະໂຍບາຍ, ທະນາຄານສົ່ງເສີມກະສິກຳໄດ້ເກີດ ຂຶ້ນຢ່າງແຜ່ຫຼາຍ. ພ້ອມກັນນັ້ນ ຖະໜົນຫົນທາງ, ຕະຫຼາດ, ໂຮງ ຮຽນ, ໂຮງໝໍ, ເຮືອນຊານຂອງ ປະຊາ ຊົນໄດ້ຮັບການກໍ່ສ້າງປົວແປງຢ່າງຈະແຈ້ງ; ໄຟຟ້າ, ນ້ຳສະອາດໄດ້ໄປເຖິງສ່ວນໃຫຍ່ ຂອງຄອບຄົວ ແລະ ບ້ານຢູ່ຊົນນະບົດຫ່າງໄກ; ຊີວິດການ ເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າ ນັບມື້ໄດ້ຮັບການປັບປຸງປົວ ແປງໃຫ້ດີຂຶ້ນເປັນລຳດັບ ແລະ ອື່ນໆ. ຂະບວນການແຂ່ງຂັນຮັກຊາດ ແລະ ສ້າງບ້ານພັດທະນາທີ່ ໄດ້ຮັບການຈັດຕັ້ງປະຕິບັດຕົວຈິງຢ່າງເປັນຂະບວນນັ້ນ ໄດ້ພາໃຫ້ເກີດມີວຽກຈິງຄົນແທ້, ເກີດມີບຸກຄົນ, ຄອບຄົວ, ບ້ານ ແລະ ກົມກອງລວມໝູ່, ຕົວແບບດີເດັ່ນ ນັບ ມື້ນັບຫຼາຍ… ຜົນສຳເລັດທີ່ຍາດມາໄດ້ນັ້ນໄດ້ເປັນການປະກອບສ່ວນສ້າງທ່າ ແລະ ກຳລັງແຮງໃໝ່ ຊຶ່ງບັນດາໜໍ່ແໜງໃໝ່ ແລະ ປັດໄຈໃໝ່ນັ້ນເປັນພື້ນຖານ ໃຫ້ແກ່ພາ ລະກິດປົກປັກຮັກ ສາປະເທດຊາດກໍຄືການສືບ ຕໍ່ສ້າງ ແລະ ບູລະນະລະບອບ ປະຊາທິປະໄຕ ປະຊາຊົນ ໄປ ສູ່ສັງຄົມນິຍົມເທື່ອລະກ້າວຢ່າງ ໜັກແໜ້ນ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...