Homeຂ່າວເຫດການຄະນະຜູ້ແທນ ການທະຫານຂັ້ນສູງເກົາຫລີເໜືອ ສຳເລັດການຢ້ຽມຢາມ ສປປ ລາວ

ຄະນະຜູ້ແທນ ການທະຫານຂັ້ນສູງເກົາຫລີເໜືອ ສຳເລັດການຢ້ຽມຢາມ ສປປ ລາວ

Published on

thu26nov3

ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການນັບແຕ່ວັນທີ 22 ຫາ ວັນທີ 25 ພະຈິກ 2015 ຂອງຄະນະຜູ້ແທນການທະຫານ ຂັ້ນສູງ ແຫ່ງ ສປປ ເກົາຫລີ ເຊິ່ງ ນຳໂດຍ ພົນເອກ ປາກຢົງຊິກ ລັດຖະມົນຕີວ່າການກະຊວງກຳລັງປະກອບອາວຸດປະຊາຊົນ, ຄະນະກຳມາທິການປ້ອງກັນ ຊາດ ສປປ ເກົາຫລີ ພ້ອມດ້ວຍ ຄະນະນັ້ນ, ພາຍຫຼັງພິທີຕ້ອນຮັບ ຢ່າງເປັນທາງການໃນຕອນ ເຊົ້າຂອງວັນທີ 23 ພະຈິກ 2015 ທີ່ສຳນັກງານກະຊວງ ປ້ອງກັນປະເທດແລ້ວ. ຝ່າຍ ລາວນຳໂດຍ ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບພ້ອມ ຄະນະໄດ້ນຳພາຄະນະຜູ້ແທນການທະຫານຂັ້ນສູງ ສປປ ເກົາ ຫລີ ໄປວາງພວງມະລາທີ່ອະນຸ ສອນນັກຮົບນິລະນາມ, ເຂົ້າ ຢ້ຽມຄຳນັບປະທານປະເທດ, ຢ້ຽມຢາມວິທະຍາຄານປ້ອງກັນ ຊາດ ໄກສອນ ພົມວິຫານ.

ໃນຕອນເຊົ້າຂອງວັນທີ 24 ພະຈິກ 2015 ຄະນະກໍໄດ້ເດີນ ທາງໄປຢ້ຽມຢາມໂຮງງານຕັດ ຫຍິບເລກ I ກອງທັບ ເຊິ່ງມີພັນ ໂທ ນາງ ເນາະ ພົມມີໄຊ ເລຂາ ຄະນະພັກຮາກຖານ, ຫົວໜ້າ ອຳນວຍການໂຮງງານພ້ອມ ດ້ວຍຄະນະອຳນວຍການໂຮງ ງານໄດ້ໃຫ້ກຽດຕ້ອນຮັບຄະນະທີ່ມາຢ້ຽມຢາມຢ່າງສົມກຽດ.

ໃນຕອນແລງຂອງວັນດຽວ ກັນຄະນະກໍໄດ້ເດີນທາງໄປຢ້ຽມ ຢາມ ແລະ ທ່ຽວຊົມຫໍພິພິທະພັນ ໄກສອນ ພົມວິຫານ. ຕໍ່ກັບການຢ້ຽມຢາມໃນຄັ້ງນີ້ ພົນເອກ ປາກຢົງຊິກ ກ່າວວ່າ: ຂ້າພະເຈົ້າມີຄວາມຮູ້ສຶກພາກ ພູມໃຈຫຼາຍທີ່ໄດ້ມາຢ້ຽມຢາມ ມິດຕະພາບ ສປປ ລາວ ເປັນຄັ້ງ ທຳອິດ ແລະ ຢູ່ໃນທ່າມກາງບັນ ຍາກາດທີ່ທົ່ວພັກ-ລັດ, ທົ່ວປວງ ຊົນລາວທັງຊາດກຳລັງກະກຽມ ສະເຫຼີມສະຫຼອງວັນຊາດຂອງ ຕົນຄົບຮອບ 40 ປີ ແຫ່ງການສະ ຖາປະນາ ສປປ ລາວ.

ຂ້າພະເຈົ້າ ເຫັນວ່າມີບັນຍາກາດມ່ວນຊື່ນ ແລະ ມີຄວາມໝາຍຍິ່ງ.​ ນະໂອ ກາດນີ້ຂ້າພະເຈົ້າພ້ອມດ້ວຍຄະ ນະຂໍອວຍພອນວັນຊາດ ສປປ ລາວ ຄົບຮອບ 40 ປີມາຍັງການ ນຳພັກ-ລັດ ແລະ ປວງຊົນລາວ ທັງຊາດຈົ່ງມີແຕ່ຄວາມສຸກ ຄວາມຈະເລີນ, ສ້າງສາພັດທະ ນາປະເທດຊາດຮັ່ງມີ, ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ.

ໃນຕອນທ່ຽງຂອງວັນທີ 25 ພະຈິກ 2015 ຜ່ານມານີ້ ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ພ້ອມດ້ວຍຄະນະ ກໍໄດ້ອອກສົ່ງ ຄະນະຜູ້ແທນການທະຫານຂັ້ນ ສູງແຫ່ງ ສປປ ເກົາຫລີ ເດີນທາງ ໄປຕໍ່ທີ່ ສສ ຫວຽດນາມ.

 

ແຫລ່ງຂ່າວ: ໜັງສືພິມກອງທັບປະຊາຊົນລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...