spot_img
Homeຂ່າວຕ່າງປະເທດເຢຍລະມັນກຽມແຜນ ສົ່ງທະຫານ 1,200 ຄົນ ຊ່ວຍຝຣັ່ງສູ້ໄອເອັສ ຢູ່ປະເທດຊີຣີ!

ເຢຍລະມັນກຽມແຜນ ສົ່ງທະຫານ 1,200 ຄົນ ຊ່ວຍຝຣັ່ງສູ້ໄອເອັສ ຢູ່ປະເທດຊີຣີ!

Published on

EyWwB5WU57MYnKOuYBpLy6OAerQW2LNoLO6V6SgffwglrVWahNAL0b

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ພະຈິກນີ້ວ່າ ທ່ານ ພົນເອກ ໂຟນເກີ ວີເກີ ຜູ້ບັນຊາການທອງທັບເຢຍລະມັນ ໄດ້ເປີດເຜີຍຜ່ານສື່ມວນຊົນວ່າ ເຢຍລະມັນ ກຽມພິຈາລະນາແຜນ ສົ່ງກຳລັງທະຫານ ຈຳນວນ 1,200 ຄົນ ຊ່ວຍສະໜັບສະໜູນ ພາລະກິດຕໍ່ສູ້ກຸ່ມລັດອິດສະລາມ ຫລື ໄອເອັສ ຮ່ວມກັບຝຣັ່ງ ຢູ່ປະເທດຊີຣີ ຊຶ່ງແຜນການດັ່ງກ່າວນີ້ ຖືເປັນການສະແດງບົດບາດທາງທະຫານ ຄັ້ງໃຫຍ່ທີ່ສຸດຂອງເຢຍລະມັນ ຕໍ່ກັບຕ່າງປະເທດ ໃນຮອບຫລາຍປີຜ່ານມາ.

ກ່ອນໜ້ານີ້ ທ່ານ ນາງ ອັງເກລາ ແມເຄິນ ກໍໄດ້ປະກາດວ່າ ກຳລັງພິຈາລະນາ ຈັດສົ່ງເຮືອບິນສູ້ຮົບ, ເຮືອກຳປັ່ນສູ້ຮົບ ຕະຫລອດຮອດເຮືອບິນຕື່ມນ້ຳມັນ ເຂົ້າຊ່ວຍສະໜັບສະໜູນ ກອງທັບຝຣັ່ງ ໃນພາລະກິດແກ້ແຄ້ນຄືນ ຕໍ່ເຫດການໂຈມຕີປາຣີ.

 

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...