spot_img
Homeຂ່າວຕ່າງປະເທດເບຍລາວມອບອຸປະກອນການແພດ ໃຫ້ 3 ໂຮງໝໍສູນກາງ ມູນຄ່າ 100 ກວ່າລ້ານກີບ!

ເບຍລາວມອບອຸປະກອນການແພດ ໃຫ້ 3 ໂຮງໝໍສູນກາງ ມູນຄ່າ 100 ກວ່າລ້ານກີບ!

Published on

123.30.11.1

ຂ ​ປລ. ບໍ​ລິ​ສັດ ​ເບຍ​ລາວ ຈໍາກັດ​ໄດ້​ມອບ​ເຄື່ອງ​ອຸປະກອນ​ການ​​ແພດ​ໃຫ້​ແກ່​ 3 ໂຮງໝໍ ​ແລະ 1 ສູນ​ຄື :​ໂຮງໝໍ​ເສ​ດຖາ​ທິຣາດ, ​ໂຮງໝໍ​ມະ​ໂຫສົດ, ​ໂຮງໝໍ​ມິດຕະພາບ ​ແລະ ສູນ​ຜິວໜັງ ​ເຊິ່ງປະກອບ​ມີ ລໍ້​ຍູ້​ຄົນ​ເຈັບ, ບາຫລອດ​ແທກ​ໄຂ້​ດີ​ຈີ​ຕອນ, ​ເຄື່ອງ​ແທກ​ຄວາມດັນ​ເລືອດ ລວມມູນ​ຄ່າ 110.000.000 ລ້ານກີບ. ​

ພິທີ ​ມອບ-ຮັບດັ່ງກ່າວ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ພະຈິກ 2015 ນີ້ ທີ່​ໂຮງໝໍ​ເສ​ດຖາທິຣາດ​ ລະຫວ່າງ​ທ່ານ ຮສຈ.ດຣ. ຄໍາ​ເປ ພົງ​ສະ​ຫວັດ ຫົວໜ້າ​ອໍານວຍ​ການ​ໂຮງໝໍ​ເສດຖາ​ທິຣາດ ​ແລະ ທ່ານ ບຸນ​ກັນ ກຸລະ​ບຸດ ຜູ້​ອໍານວຍ​ການ​ຝ່າຍ​ປະ​ຊາ​ສໍາພັນ ​ແລະ ກິດຈະ​ກໍາ​ເພື່ອ​ສັງຄົມ, ມີ​ບັນດາ​ອໍານວຍ​ການ-ຮອງ​ອໍານວຍ​ການ​ໂຮງ​ໝໍ ​ແລະ ສູນ, ຫົວໜ້າ​ພະ​ແນ​ກ-ຮອງ​ພະ​ແນ​ກ, ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ ເປັນ​ສັກຂີ​ພິຍານ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...