spot_img
Homeຂ່າວພາຍ​ໃນຈະອັດຖະໜົນ 23 ສິງຫາ ແລະ ຖະໜົນໜອງບອນຊົ່ວຄາວ ເຖິງວັນທີ 03 ທັນວາ!

ຈະອັດຖະໜົນ 23 ສິງຫາ ແລະ ຖະໜົນໜອງບອນຊົ່ວຄາວ ເຖິງວັນທີ 03 ທັນວາ!

Published on

SPS_1251-650x433

ເພື່ອຮັບປະກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃນການສັນຈອນໄປ-ມາ ອໍານວຍຄວາມສະດວກໃຫ້ແກ່ການເຝິກຊ້ອມ ແລະ ການໄປເດີນສວນສະໜາມຂອງກ້ອນກໍາລັງຕ່າງໆທີ່ເຂົ້າຮ່່ວມວາລະການສະເຫຼີມສະຫຼອງວັນສະຖາປະນາ ສປປ.ລາວ ຄົບຮອບ 40 ປີ (ວັນທີ 02/12/1975-02/12/2015) ໃຫ້ດໍາເນີນໄປດ້ວຍຜົນສໍາເລັດຢ່າງສະຫງ່າງາມ ດັ່ງນັ້ນ ພະແນກຕໍາລວດຈະລາຈອນນະຄອນຫຼວງວຽງຈັນ ຈະທໍາການອັດຖະໜົນສາຍສໍາຄັນຕ່າງໆເປັນການຊົ່ວຄາວ.

ທ່ານ ພັນຕີ ສົງຄົມ ພົມມະລາ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຕໍ່ຜູ້ສື່ຂ່າວຈາກກອງວິຊາການ ໂທລະພາບ ໜັງສືພິມ ແລະ ວິທະຍຸ ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 30 ພະຈິກ 2015 ທີ່ ພະແນກຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ວ່າ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການສະບັບເລກທີ 157/ປກສ.ນວ ລົງວັນທີ 09 ພະຈິກ 2015 ເຖິງສໍານັກງານ ອົງການ ກຸ່ມບ້ານ ຫົວໜ່ວຍທຸລະກິດ ອົງການຈັດຕັ້ງສາກົນ ພະນັກງານ ລັດຖະກອນ ທະຫານ ຕໍາຫຼວດ ພໍ່ແມ່ປະຊາຊົນ ຊາວຕ່າງປະເທດ ທີ່ມາເຄື່ອນໄຫວດໍາລົງຊີວິດຢູ່ນະຄອນຫຼວງວຽງຈັນ ກ່ຽວກັບການອັດຖະໜົນຊົ່ວຄາວເພື່ອເຝິກຊ້ອມ ແລະ ພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ.ລາວ ຄົບຮອບ 40 ປີ ໃນວັນທີ 02 ທັນວາ 2015 ປີນີ້ ເຊິ່ງເລີ່ມອັດຖະໜົນ 23 ສິງຫາ ຊົ່ວຄາວ ນັບແຕ່ນັບແຕ່ປະຕູໄຊ-ສະໜາມຫຼວງ ແລະ ຖະໜົນໜອງບອນ ແຕ່ວົງວຽນ 450 ປີເຖິງ 3 ແຍກໄປສະນີ (ສູນບໍລິການລາວໂທລະຄົມບ້ານໜອງບອນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ) ເລີ່ມແຕ່ເວລາ 05:00 ໂມງຂອງວັນທີ 30 ພະຈິກ 2015 ໄປຈົນເຖິງວັນທີ 03 ທັນວາ 2015.
12308264_1086521074712897_2590915967343463299_n

ສໍາລັບລົດຂົນສົ່ງກ້ອນກໍາລັງມາເຝິກຊ້ອມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ.ລາວ ຄົບຮອບ 40 ປີ ແມ່ນໃຫ້ຈອດລົດໄວ້ທີ່ສວນປະຕູໄຊ ຫຼື ບ່ອນຈອດລົດຊົ່ວຄາວທີ່ຄະນະກໍາມະການສວນສະໜາມກໍານົດໄວ້ ສ່ວນລົດມວນຊົນທົ່ວໄປມີຈຸດປະສົງເດີນທາງໄປ-ມາເຂົ້າ-ອອກໂຕເມືອງ ທີ່ມາແຕ່ເສັ້ນທາງເລກທີ 13 ໃຕ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ໄປໃຊ້ເສັ້ນທາງດົງໂດກ-ໂພນຕ້ອງ ແລະ ເສັ້ນທາງ 450 ປີ-ຖະໜົນທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ດັ່ງນັ້ນ ຂໍແຈ້ງໃຫ້ບັນດາທ່ານຜູ້ໃຊ້ລົດໃຊ້ຖະໜົນຈົ່ງຮັບຊາບແລະພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

 

ແຫລ່ງຂ່າວ:

ວຈທດ

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...