spot_img
Homeຂ່າວເຫດການກະຊວງສາທາລະນະສຸກ ໄດ້ອະດີດອຳນວຍການ ໂຮງໝໍມິດຕະພາບ ເປັນລັດຖະມົນຕີຊ່ວຍຄົນໃໝ່!

ກະຊວງສາທາລະນະສຸກ ໄດ້ອະດີດອຳນວຍການ ໂຮງໝໍມິດຕະພາບ ເປັນລັດຖະມົນຕີຊ່ວຍຄົນໃໝ່!

Published on

E1-1

ໃນວັນທີ 30 ພະຈິກນີ້ ຢູ່ກະຊວງສາທາລະນະສຸກ ໄດ້ມີພິທີປະກາດແຕ່ງຕັ້ງ ລັດຖະມົນຕີຊ່ວຍວ່າການຄົນໃໝ່ ໂດຍການເປັນກຽດເຂົ້າ ຮ່ວມຂອງ ທ່ານ ສຈ. ດຣ. ເອກສະຫວ່າງ ວົງວິຈິດ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ. ໃນພິທີ ທ່ານ ພຸດສະດີ ພະນະເມືອງ ຫົວໜ້າ ກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນອ່ານດຳລັດ ຂອງນາຍົກລັດຖະມົນຕີ ເລກທີ 325/ ນຍ ລົງວັນທີ 3 ພະຈິກ 2015 ວ່າດ້ວຍການ ແຕ່ງຕັ້ງ ທ່ານ ຮສ. ດຣ. ພູທອນ ເມືອງປາກ ອະ ດີດຜູ້ອຳນວຍການ ໂຮງໝໍມິດຕະພາບ ເປັນລັດຖະມົນຕີຊ່ວຍ ວ່າການກະຊວງສາທາລະນະ ສຸກຄົນໃໝ່.
ໃນໂອກາດນີ້ ທ່ານລັດຖະ ມົນຕີວ່າການກະຊວງສາທາລະ ນະສຸກໄດ້ໃຫ້ການໂອ້ລົມ ແລະ ມອບໝາຍວຽກງານ ເພື່ອໃຫ້ມີ ຄວາມຕໍ່ເນື່ອງ. ທ່ານລັດຖະມົນຕີຊ່ວຍວ່າ ການຄົນໃໝ່ ກໍໄດ້ຂຶ້ນຮັບໜ້າທີ່ ແລະ ກ່າວປະຕິຍານທີ່ຈະຕັ້ງໜ້າພາກພຽນ ພະຍາຍາມປະຕິບັດໜ້າທີ່ດ້ວຍ ຄວາມຮັບຜິດຊອບສູງ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...

ສຕລ ປະກາດລາຍຊື່ 22 ນັກເຕະລາວ ລຸຍບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ

ປະກາດລາຍຊື່ 22 ນັກເຕະລາວ ເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມອາຊີ U23 ຮອບຄັດເລືອກ 2026 ທີ່ປະເທດອິນໂດເນເຊຍ. ທີມຊາດລາວຮຸ່ນອາຍຸບໍ່ເກີນ23 ປີ ຫຼື U23 ພາຍໃຕ້ການຄຸມທີມຂອງ ທ່ານ ຮາ...

ລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

ເຊິ່ງໃນກ່ອນໜ້ານີ້ປະເທດຍີ່ປຸ່ນໄປເປີດໂຕ 6G ທີ່ໄວທີ່ສຸດໃນໂລກເຊິ່ງມີກຳນົດນນຳໃຊ້ໃນຕົ້ນປີ 2030, ແຕ່ຕອນນີ້ປະເທດຈີນໄດ້ເປີດໂຕບໍລິການອິນເຕີເນັດບຣອດແບນຄວາມໄວ 10 Gbps ຕໍ່ວິນາທີ (10G) ເປັນຄັ້ງທຳອິດຂອງໂລກ. ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ China Unicom ແລະ ບໍລິສັດ...