spot_img
Homeຂ່າວຕ່າງປະເທດດ່ວນ! ມືປືນບຸກຍິງຢູ່ລັດກາລີຟໍເນຍ ສະຫະລັດອາເມຣິກາ ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນແລ້ວ!

ດ່ວນ! ມືປືນບຸກຍິງຢູ່ລັດກາລີຟໍເນຍ ສະຫະລັດອາເມຣິກາ ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນແລ້ວ!

Published on

Still from video shows rescue crews tending to the injured in the intersection outside the Inland Regional Center in San Bernardino

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ທັນວານີ້ວ່າ ເກີດເຫດຄົນຮ້າຍ ປະມານ 1 ເຖິງ 3 ຄົນ ໃຊ້ອາວຸດປືນກວາດຍິງ ໃກ້ກັບສຳນັກງານບໍລິການສັງຄົມ ຂອງລັດກາລີຟໍເນຍ ຫລ້າສຸດມີລາຍງານຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 14 ຄົນ ແລະ ບາດເຈັບອີກປະມານ 20 ຄົນ ເຈົ້າໜ້າທີ່ໄດ້ເລັ່ງ ນຳສົ່ງຄົນເຈັບໄປໂຮງໝໍ ແລະ ຕຳຫລວດກຳລັງເລັ່ງຕິດຕາມ ໄລ່ຈັບຄົນຮ້າຍຜູ້ກໍ່ເຫດ ທີ່ກຳລັງເອົາຕົວຫລົບໜີຢູ່ ແລະ ເບື້ອງຕົ້ນ ຕຳຫລວດໄດ້ສັ່ງອົບພະຍົບປະຊາຊົນ ຈຳນວນຫລາຍຮ້ອຍຄົນ ອອກຈາກພາຍໃນອາຄານທີ່ເກີດເຫດແລ້ວ.

ດ້ານ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ອອກມາໃຫ້ສຳພາດວ່າ ເຫດການດັ່ງກ່າວ ແມ່ນຍັງບໍ່ທັນສະຫລຸບ ວ່າເປັນການກໍ່ການຮ້າຍ ຫລື ບໍ່ ເນື່ອງຈາກປະເທດ ສະຫະລັດອາເມຣິກາ ເປັນປະເທດທີ່ມີເຫດການ ຄວາມຮຸນແຮງຈາກອາວຸດປືນ ຢ່າງຕໍ່ເນື່ອງ ແບບບໍ່ຄືບ່ອນອື່ນໆໃນໂລກ ຊຶ່ງຈຳເປັນຈະຕ້ອງມີການ ປັບປຸງມາດຕະການ ການນຳໃຊ້ອາວຸດປືນຄືນໃໝ່.

ທັງນີ້ ສະຫະລັດອາເມຣິກາ ເປັນປະເທດທີ່ບາງລັດ ອະນຸຍາດໃຫ້ພົນລະເມືອງ ສາມາດພົກພາອາວຸດປືນໄດ້ ຕາມເງື່ອນໄຂ ແລະ ລະບຽບການທີ່ກົດໝາຍກຳນົດ.

A still image from a video footage courtesy of Nbcla.com shows people lining up as first responders respond to shooting in San Bernardino California

Police SWAT team members ride on a armored vehicle outside the Inland Regional Center in San Bernardino, California in this still image taken from video

EyWwB5WU57MYnKOuYBnzhiYDinf2yNqsDtxsyYRSVvIDRZ67Bu9i1g

NjpUs24nCQKx5e1D740iEaD397WB4zmZuPlbZUE1I1Z

 

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...