spot_img
Homeຂ່າວຕ່າງປະເທດຜູ້ນຳຕວກກີລະບຸ ຈະບໍ່ຕອບໂຕ້ການຂວ້ຳບາດຂອງຣັດເຊຍ ຢ້ຳຍັງຖືເປັນຄູ່ຮ່ວມມືຍຸດທະສາດ!

ຜູ້ນຳຕວກກີລະບຸ ຈະບໍ່ຕອບໂຕ້ການຂວ້ຳບາດຂອງຣັດເຊຍ ຢ້ຳຍັງຖືເປັນຄູ່ຮ່ວມມືຍຸດທະສາດ!

Published on

aHR0cDovL3BlMi5pc2Fub29rLmNvbS9ucy8wL3VkLzM4MS8xOTA5NDMwLzY2Mjk1Ni0wMS5qcGc=

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ທັນວານີ້ວ່າ ທ່ານ ເຣເຊບ ເຕຢິບ ເອີໂດກັນ ປະທານາທິບໍດີຕວກກີ ໄດ້ອອກມາກ່າວວ່າ ຕວກກີຈະບໍ່ຕອບໂຕ້ ການຂວ້ຳບາດຂອງຣັດເຊຍ ຫລັງຈາກທີ່ທັງສອງປະເທດ ເກີດຄວາມຂັດແຍ່ງກັນ ໃນເຫດການເຮືອບິນສູ້ຮົບຕວກກີ ຍິງເຮືອບິນສູ້ຮົບ Su-24 ຂອງຣັດເຊຍຕົກ ຢູ່ບໍລິເວນຊາຍແດນປະເທດຊີຣີ ໂດຍທ່ານໄດ້ເວົ້າວ່າ ຕວກກີຈະບໍ່ຕອບໂຕ້ ພົນລະເມືອງຊາວຣັດເຊຍ ທີ່ອາໄສຢູ່ໃນປະເທດຕວກກີ ເພາະການຕອບໂຕ້ ຈະຕ້ອງດຳເນີນການ ພາຍໃຕ້ຂໍ້ຈຳກັດຂອງກົດໝາຍ ຊຶ່ງຍາມໃດຕວກກີ ກໍຖືຣັດເຊຍເປັນຄູ່ຮ່ວມມືຍຸດທະສາດຂອງຕົນ ພ້ອມທັງຄາດຫວັງວ່າ ຣັດເຊຍຈະປ່ຽນແປງທ່າທີຂອງຕົນ ຕໍ່ກັບມາດຕະການດັ່ງກ່າວ.

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...