spot_img
Homeຂ່າວເຫດການປະທານສະພາຯຈີນພ້ອມຄະນະ ຢ້ຽມຢາມສູນຄວບຄຸມດາວທຽມພາກພື້ນດິນ ຂອງລາວ

ປະທານສະພາຯຈີນພ້ອມຄະນະ ຢ້ຽມຢາມສູນຄວບຄຸມດາວທຽມພາກພື້ນດິນ ຂອງລາວ

Published on

_888001412.03.1 ch

ຂ ​ປ​ລ​. ​ໃນ​ຕອນ​ເຊົ້າ​ຂອງວັນ​ທີ 3 ທັນວາ 2015, ສະຫາຍ ຈາງ ເຕີ ຈຽງ ຄະນະປະຈຳກົມການເມືອງ ປະທານສະພາຜູ້ແທນປະຊາຊົນຈີນ ພ້ອມ​ຄະນະ​ໄດ້​ຖື​ໂອກາດ​ສໍາຄັນ​ລົງຢ້ຽມຢາມ ​ສູນ​ຄວບ​ຄຸມ​ດາວ​ທຽມພາກ​ພື້ນ​ດິນ​ ຢູ່​ເມືອງ​ຫາດ​ຊາຍ​ຟອງ ນະຄອນຫລວງ, ພາຍຫລັງ ສະຫາຍ​ສໍາ​ເລັດ​ການ​ເຂົ້າ​ຮ່ວມ​ພິທີ​ໂຮມ​ຊຸມນຸມ​ສະ​ເຫລີ​ມສະຫລອງ​ວັນຊາດ​ລາວ ​ຄົບ​ຮອບ 40 ປີ ​ແລະ ພິທີ​ວາງ​ສີ​ລາ​ເລີກ​​ໂຄງການກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ​ລາວ-ຈີນ​​ໃນ​ວັນ​ທີ 2 ທັນວາ 2015 ທີ່​ນະຄອນຫລວງ​ວຽງ​ຈັນ.

​ໂອກາດ​ດັ່ງ​ນີ້, ສະຫາຍ ຈາງ ເຕີ ຈຽງ ຄະນະປະຈຳກົມການເມືອງ ປະທານສະພາຜູ້ແທນປະຊາຊົນຈີນ​ ໄດ້​ກ່າວ​ສະ​ແດງຄວາມ​ຊົມ​ເຊີຍ ​ແລະ ດີ​ໃຈ​ຕໍ່ຜົນງານ​ອັນ​ໂດດ​ເດັ່ນຂອງ​ພັກ-ລັດຖະ ບານທີ່​ຍາດ​ມາ​ໄດ້ ​ເຊິ່ງ​ເປັນ​ຂີດ​ໝາຍ​ສໍາ​ຄັນທາ​ງປະຫວັດສາດ ​ແລະ ​ສາຍ​ພົວພັນ​ຮ່ວມ​ມື​ທີ່​ແໜ້ນ​ແຟນ ລະຫວ່າງ ​ສອງ​ພັກ​ສອງ​ລັດ ​ແລະ​ ປະຊາຊົນ​ສອງຊາດ ​ລາວ-ຈີນ ​ແລະ ຈີນ-ລາວ, ຫວັງ​ວ່າສູນ​ຄວບ​ຄຸມ​ດາວ​ທຽມດັ່ງກ່າວ ຈະ​ເປັນ​ການປະກອບສ່ວນ​ສໍາຄັນ​ເຂົ້າ​ໃນ​ການສ້າງສາ​ພັດທະນາ ​ປະ​ເທດ​ຊາດ​​ໃຫ້​ເກີດ​ປະ​ໂຫຽດສູງ​ສຸດ.​

​ໃນ​ວັນທີ 21 ພະຈິກ 2015 ຜ່ານ​ມາ​ນີ້, ສະຫາຍ ບຸນ​ຍັງ ວໍລະ​ຈິດ​ ​ ຮອງ​ປະ​ທານ​ປະ​ເທດ ​ແຫ່ງ ສປປ ລາວ, ພ້ອມ​ດ້ວຍ​​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຈາກ​ ສ​ປ​ປ ​ລາວ​ ແລະ ​ສປ ຈີນ ​ກໍ​ໄດ້​ເຂົ້າ​ຮ່ວມ​ພິທີ​ປ່ອຍ​ດາວ​ທຽມ​ດວງ​ທໍາ​ອິດ​ຂອງ​ ສ​ປ​ປ​ ລາວ ຫລື (LaoSat​-1) ຂຶ້ນສູ່ວົງ​ໂຄ​ຈອນ​ຢູ່ ​ແຂວງສີ​ສວນ ສປ ຈີນ.

_888001412.03.2 ch

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...