spot_img
Homeຂ່າວພາຍ​ໃນມີນັກ​ໂທດ​ຫລາຍ​ກວ່າພັນ​ຄົນ ​ໄດ້ຮັບການອະໄພຍະໂທດ ແລະ ຜ່ອນໂທດ ເພື່ອສະຫລອງວັນຊາດ​!

ມີນັກ​ໂທດ​ຫລາຍ​ກວ່າພັນ​ຄົນ ​ໄດ້ຮັບການອະໄພຍະໂທດ ແລະ ຜ່ອນໂທດ ເພື່ອສະຫລອງວັນຊາດ​!

Published on

SPS_2015.12.02-650x433
(ພາບປະກອບ: ພິທີປ່ອຍຕົວນັກໂທດ ແລະ ຫລຸດຜ່ອນໂທດ ຢູ່ແຂວງສະຫວັນນະເຂດ ເພື່ອສະຫລອງວັນຊາດ ຄົບຮອບ 40 ປີ)

ແຫ​ລ່ງຂ່າວ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໃຫ້​ຮູ້​ວ່າ: ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ ວັນຊາດ​ທີ 2 ທັນວາ ຄົບຮອບ 40 ປີນີ້, ປະທານ​ປະ​ເທດ ​ໄດ້​ອອກ​ລັດຖະດຳລັດ​ອະ​ໄພ​ຍະ​ໂທດ​ປ່ອຍ​ຕົວ ​ແລະ ຜ່ອນ​ໂທດ​ໃຫ້​ນັກ​ໂທດ​ ຜູ້​ມີ​ຄວາມ​ກ້າວໜ້າ ​ໃນ​ການ​ເຝິກຝົນ​ດັດ​ສ້າງ​ຕົນ​ເອງ​ ຈຳນວນ 1.029 ຄົນ, ​ໃນ​ນັ້ນ ມີ​ຍິງ 232 ຄົນ, ​ເປັນ​ຄົນ​ຕ່າງປະ​ເທດ 26 ຄົນ, ຍິງ 1 ຄົນ (ມີ​ຜູ້​ຖື​ສັນຊາດ​ໄທ 13 ຄົນ, ຍິງ 1 ຄົນ, ສັນຊາດ​ຫວຽດນາມ 7 ຄົນ, ສັນຊາດ​ຈີນ 5 ຄົນ ​ແລະ ຖື​ສັນຊາດ​ເກົາຫລີ 1 ຄົນ) ​ໃນ​ຈຳນວນ​ດັ່ງກ່າວ​ນີ້​ມີ​ນັກ​ໂທດ​ຄະດີ​ທົ່ວ​ໄປ 129 ຄົນ, ນັກ​ໂທດ​ກະທຳ​ຜິດ​ຕໍ່​ຄວາມ​ບໍ່​ສະຫງົບ​ຂອງ​ຊາດ 5 ຄົນ, ຄະດີ​ຢາ​ເສບ​ຕິດ 627 ຄົນ, ​ໃນ​ນັ້ນ ມີ​ຜູ້​ໄດ້​ຮັບ​ຜ່ອນ​ໂທດ​ຕະຫລອດ​ຊີວິດ​ມາ​ເປັນ 20 ປີ​ມີ​ຈຳນວນ 19 ຄົນ, ຍິງ 7 ຄົນ, ອະ​ໄພ​ຍະ​ໂທດ​ປ່ອຍ​ຕົວ​ມີ​ທັງ​ໝົດ 209 ຄົນ, ຍິງ 46 ຄົນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...