Homeຂ່າວຕ່າງປະເທດຄົນຮ້າຍບຸກດ່ຽວ ໄລ່ແທງປະຊາຊົນ ໃຈກາງລອນດອນ ປະເທດອັງກິດ ໂຊກດີບໍ່ມີຜູ່ເສຍຊີວິດ!

ຄົນຮ້າຍບຸກດ່ຽວ ໄລ່ແທງປະຊາຊົນ ໃຈກາງລອນດອນ ປະເທດອັງກິດ ໂຊກດີບໍ່ມີຜູ່ເສຍຊີວິດ!

Published on

EyWwB5WU57MYnKOuYBjl3uXSRFYsgjOeHhtFBTc8Z5kNPpdV3W5rMJ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ທັນວາຜ່ານມານີ້ວ່າ ເກີດເຫດຄົນຮ້າຍ ໃຊ້ອາວຸດມີດໄລ່ແທງປະຊາຊົນ ພາຍໃນສະຖານີລົດໄຟໃຕ້ດິນ ເລຕັນສະໂຕນ ນະຄອນຫລວງລອນດອນ ປະເທດອັງກິດ ໃນຕອນຫົວຄ່ຳຂອງວັນທີ 5 ທັນວາ 2015 ຕາມເວລາໃນທ້ອງຖິ່ນ ເຮັດໃຫ້ມີຜູ່ໄດ້ຮັບບາດເຈັບ 3 ຄົນ ໂດຍພາຍຫລັງທີ່ຄົນຮ້າຍ ໄດ້ເດີນທາງມາເຖິງ ບໍລິເວນບ່ອນຊື້ປີ້ໂດຍສານ ໄດ້ຮ້ອງຂຶ້ນວ່າ ” ນີ້ສຳລັບຊີຣີ! ” ແລ້ວກໍເອົາອາວຸດມີດ ອອກມາທຳຮ້າຍຮ່າງກາຍ ຜູ່ທີ່ຢູ່ບໍລິເວນນັ້ນທັນທີ.

ແນວໃດກໍຕາມ ພາຍຫລັງເກີດເຫດ ເຈົ້າໜ້າທີ່ຕຳຫລວດ ໄດ້ເຂົ້າລະງັບເຫດການໄວ້ທັນ ດ້ວຍການໃຊ້ປືນໄຟຟ້າ ຍິງໃສ່ຜູ່ກໍ່ເຫດ ແລະ ເຂົ້າຈັບກຸມໄດ້ ພ້ອມກັບຂອງກາງ ເພື່ອດຳເນີນຄະດີ.

NjpUs24nCQKx5e1D74ooAMiu5sg0jqKbr1rVrP2xeft

ບົດຄວາມຫຼ້າສຸດ

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...

ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ...

ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ....

ໂຮງໝໍມິດຕະພາບ ເປັນແຫ່ງທໍາອິດ ໃນ ສປປ ລາວ ຟອກໄຂ່ຫຼັງ) ມາຕັ້ງແຕ່ປີ 1994.

ໂຮງໝໍມິດຕະພາບ ໄດ້ປະສົບຜົນສໍາເລັດໃນການຜ່າຕັດປູກຖ່າຍໄຂ່ຫຼັງໃຫ້ກັບຄົນເຈັບ ເຊິ່ງຖືເປັນບາດກ້າວໂດດເດັ່ນໃນການພັດທະນາ ແລະ ຍົກສູງຄຸນນະພາບການບໍລິການທາງດ້ານການແພດຢູ່ ສປປ ລາວ. ການສໍາເລັດການຜ່າຕັດດັ່ງກ່າວ ຊ່ວຍໃຫ້ຄົນເຈັບ ທີ່ມີຄວາມຈໍາເປັນ ແລະ ມີເງື່ອນໄຂ ສາມາດເຂົ້າເຖິງການປ່ຽນຖ່າຍໄຂ່ຫຼັງຢູ່ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປປິ່ນປົວຢູ່ຕ່າງປະເທດອີກຕໍ່ໄປ. ທ່ານ...