spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຈະລາຈອນ ນ.ວ ຮຽກຮ້ອງ​ຜູ້​ປົກຄອງ​ ຮ່ວມສະກັດ​ກັ້ນ​ ແກ້ງ​ຂີ່​ລົດ​ກວນ​ເມືອງ ຢ້ຳກຽມແກ້ໄຂເຂັ້ມງວດ!

ຈະລາຈອນ ນ.ວ ຮຽກຮ້ອງ​ຜູ້​ປົກຄອງ​ ຮ່ວມສະກັດ​ກັ້ນ​ ແກ້ງ​ຂີ່​ລົດ​ກວນ​ເມືອງ ຢ້ຳກຽມແກ້ໄຂເຂັ້ມງວດ!

Published on

traffic

ເຈົ້າ​ໜ້າ​ທີ່ ຈະລາຈອນນະຄອນຫລວງ​ວຽງ​ຈັນ ​ໄດ້​ອອກ​ມາ​ຮຽກຮ້ອງ​ຜ່ານ​ສື່​ມວນ​ຊົນ ​ເຖິງ​ຜູ້​ປົກຄອງ​ ໃຫ້​ເພີ່ມ​ທະວີ​ການ​ສຶກສາ​ອົບຮົມ ​ແລະ ຕັກ​ເຕືອນ​ລູກ​ຫລານ​ຂອງ​ຕົນ ​ບໍ່​ໃຫ້​ອອກ​ເຄື່ອນ​ໄຫວ​ ກໍ​ຄວາມ​ບໍ່​ສະຫງົບ​ໃຫ້​ສັງຄົມ​ຢ່າງ​ເດັດຂາດ, ​ໂດຍ​ສະ​ເພາະ​ການ​ເຂົ້າ​ຮ່ວມ ​ກຸ່ມ​ແກ້ງ​ຂີ່​ລົດກວນ​ເມືອງ ອັນເປັນ​ໜໍ່​ແໜງ​ ຂອງ​ການ​ກໍ່ຄວາມ​ວຸ້ນ​ວາຍ​​ໃຫ້​ແກ່​ສັງຄົມ, ​ພ້ອມ​ຢໍ້າຫາກ​ຈັບ​ໄດ້​ ຈະ​ດຳ​ເນີນ​ມາດ​ຕະການ​ຢ່າງ​ເຂັ້ມ​ງວດ.

ທ່ານ ພັນ​ຕີ ສັງຄົມ ພົມ​ມະ​ລາດ ຮອງ​ຫົວໜ້າ ​ພະ​ແນ​ກຕຳຫລວດ​ຈະລາຈອນ ນະຄອນຫລວງ​ວຽງ​ຈັນ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ພວກ​ເຮົາ​ໃນ​ວັນ​ທີ 7 ທັນວາ​ນີ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ​ເຈົ້າ​ໜ້າ​ທີ່​ພວກ​ເຮົາ ​ໄດ້​ພົບ​ເຫັນ​​ໄວ​ໜຸ່ມ ອາຍຸ​ປະມານ 14-17ປີ ຈຳນວນ​ໜຶ່ງ ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ເປັນ​ກຸ່ມ​ກ້ອນ ຫລື ​​ເອີ້ນ​ວ່າ​ ກຸ່ມ​ແກ້ງ​ກວນ​ເມືອງ ​ແລະ ​ໄດ້​ພາກັນ​ຂີ່​ລົດຈັກ ​ເປັນ​ພຶງ​ເປັນ​​ແພ, ​ຂັບ​ຂີ່​ໄວແຂ່ງຂັນ​ກັນ, ໄປ​ຕາມ​ຖະໜົນ​​ເສັ້ນທາງ​ໃນ​ຕົວ​ເມືອງ ​ນະຄອນຫລວງ​ວຽງ​ຈັນ ສົ່ງ​ສຽງ​ດັງລົບ​ກວນ​ຜູ້​ຫລັບ​ຜູ້​ນອນ ​ຢ່າງ​ອຶກ​ກະ​ທຶກ, ​ສ່ວນ​ຫລາຍ​ພວກ​ເຂົາ​ ຈະ​ໃຊ້​ລົດຈັກ​ເປັນ​ຈຳນວນ​ຫລາຍ​ ແຕ່ 100 ຄົນ​ຂຶ້ນ​ໄປ, ອັນໄດ້​ສ້າງ​ຄວາມ​​ເດືອດຮ້ອນ ​ແລະ ລຳ​ຄານ​ໃຫ້​ແກ່​ປະຊາຊົນ​ ຜູ້​​​ໃຊ້​ລົດ​ໃຊ້​ຖະໜົນ​​ ທີ່​ສັນຈອນ​ໄປ​ມາ​ຕາມ​ເສັ້ນທາງ​​ດັ່ງກ່າວ, ຊຶ່ງ​ຜິດ​ຕໍ່ລະບຽບກົດໝາຍກຳນົດ​ໄວ້, ປະກົດ​ການ​​​ນີ້ ມັກ​ຈະ​ມີ​ຂຶ້ນ​ ທຸກໆ​ທ່ຽງ​ຄືນ​​ຂອງ​ວັນ​ສຸກ, ​ເສົາ ​ແລະ ວັນ​ອາທິດ ​ໂດຍ​ພວກ​ເຂົາ​ຈະ​ໃຊ້​ລົດສຽງ​ດັງ, ຂັບ​ຂີ່​ໄວ, ຍົກ​ລໍ້ ​ແລະ ອື່ນໆ​.

ຕໍ່​ປະກົດ​ການ​ດັ່ງກ່າວ ທາງ​ຄະນະ​ບັນຊາ​ ຕຳຫລວດ​ຈະລາຈອນ​ແຕ່ລະ​ຂັ້ນ ກໍ​ຄື​ກະຊວງ​ ປກສ ​ກໍໄດ້​​ເອົາ​ໃຈ​ໃສ່​ ແກ້​ໄຂ​ດ້ວຍ​ຫລາຍ​ວິທີ​ການ​ ແຕ່​ກໍ​ຍັງ​ມີ​ໃຫ້​ເຫັນ​. ດັ່ງ​ນັ້ນ ທາງ​ຂັ້ນ​ເທິງ​ ຈຶ່ງ​ໄດ້​ແນະນຳ​ໃຫ້​​ເຈົ້າ​ໜ້າ​ທີ່​ຈະລາ​ຈອນ ບັນດາ​ເມືອງ​ຄື: ເມືອງຈັນທະ​ບູລີ, ​ໄຊ​​ເສດ​ຖາ, ສີ​ສັດຕະ​ນາກ ​ແລະ ກອງ​ພັນ​ປ້ອງ​ກັນ​​ເຄື່ອນ​ທີ່ ລົງ​ໄປ​ປະຈຳ​ຢູ່​ແຕ່ລະ​ຈຸດ​ ທີ່​ມີ​ປະກົດ​ການ​ດັ່ງກ່າວ ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ມ້າງ​ກຸ່ມ​ແກ້ງກວນ​ເມືອງດັ່ງກ່າວ, ພ້ອມ​ກັນ​ນີ້ ​ກໍຮຽກຮ້ອງ​ໃຫ້​ທົ່ວ​ສັງຄົມ ​ໂດຍ​ສະ​ເພາະ​ພໍ່​ແມ່​ຜູ້​ປົກຄອງ, ຄູ-ອາຈານ ​ໄດ້​​ເອົາ​ໃຈ​​ໃສ່​ສຶກສາ​ອົບຮົມ ​ລູກ​ຫລານ​ຂອງ​ຕົນ ​ບໍ່​ໃຫ້​ໄປ​ເຂົ້າ​ຮ່ວມ​ກຸ່ມ​ກ້ອນ​ດັ່ງກ່າວ ​ແລະ ສະກັດ​ກັ້ນ​ ການ​ເກີດ​ອຸປະຕິ​ເຫດ​​ ໃຫ້​ມີ​ປະສິດທິ​ຜົນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...