spot_img
Homeຂ່າວພາຍ​ໃນຮອງປະທານປະເທດລັ່ນຄ້ອງ! ເປີດນຳໃຊ້ໂຮງໄຟຟ້າ ພະລັງງານຄວາມຮ້ອນຫົງສາ ຢ່າງເປັນທາງການ!

ຮອງປະທານປະເທດລັ່ນຄ້ອງ! ເປີດນຳໃຊ້ໂຮງໄຟຟ້າ ພະລັງງານຄວາມຮ້ອນຫົງສາ ຢ່າງເປັນທາງການ!

Published on

DSC_4775 hidropawer 1

ຂປລ.ໃນວັນທີ 9 ທັນວາ 2015  ບໍລິສັດໄຟຟ້າຫົງສາຈໍາກັດ ໄດ້ຈັດພິທີເປີດນໍາໃຊ້ ໂຮງໄຟຟ້າຫົງສາ ໂຮງໄຟຟ້າພະລັງງານຄວາມຮ້ອນ ແຫ່ງທໍາອິດ ຂອງ ສປປ ລາວ ທີ່ເມືອງຫົງສາ ແຂວງໄຊຍະບູລີ ຢ່າງເປັນທາງການ. ໃຫ້ກຽດເປັນປະທານໂດຍ ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ ​ແຫ່ງ ສປປ ລາວ, ມີທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດຂົງເຂດການຜະລິດ ແລະ ຈໍລະຈອນ ທ່ານ ດຣ. ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ , ພ້ອມ​ດ້ວຍຜູ້ແທນຂັ້ນ​ສູງ ຈາກຣາຊະອານາຈັກໄທ ນໍາໂດຍ ທ່ານ ພົນເອກ ອະນັນຕະພອນ ການຈະນະລັດ ລັດຖະມົນຕີວ່າການກະຊວງພະລັງງານ ພ້ອມດ້ວຍບັນດາແຂກຖືກເຊີນ ເຂົ້າຮ່ວມພິທີ​ໃນຄັ້ງນີ້.

DSC_4775 hidropawer 3

 ໂຄງການໂຮງໄຟຟ້າພະລັງຄວາມຮ້ອນຈາກຖ່ານຫີນ ເປັນການຮ່ວມມືຄັ້ງສໍາຄັນ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ເປັນການລົງທຶນ ໃນມູນຄ່າ ເຖິງ 3.710 ລ້ານໂດລາສະຫະລັດ ເກືອບ 30.000 ຕື້ກີບ, ເຊິ່ງຖືວ່າເປັນມູນຄ່າສູງທີ່ສຸດ ໃນ ສປປ ລາວ ໃນປັດຈຸບັນ, ໂຄງການນີ້ ປະກອບມີ 3 ພາກສ່ວນເປັນຜູ້ຖືຮຸ້ນຄື: ລັດວິສາຫະກິດຖືຮຸ້ນລາວ20%, ກຸ່ມບໍລິສັດບ້ານປູ40% ແລະ ກຸ່ມບໍລິສັດຣາດຊະບູລີ ໂຮນດິງ 40%. ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ມີກໍາລັງການຜະລິດລວມ 1.878 ເມກາວັດ, ໂດຍນໍາໃຊ້ຖ່ານຫີນ ເປັນເຊື້ອເພີງ ໃນປະລິມານ 14,3ລ້ານໂຕນຕໍ່ປີ ເພື່ອຜະລິດໄຟຟ້າຈໍານວນ 13.000 ລ້ານກິໂລວັດໂມງຕໍ່ປີ. ດັ່ງນັ້ນ, ໂຮງໄຟຟ້າຫົງສາ ຈຶ່ງເປັນໂຮງໄຟຟ້າ ທີ່ມີກໍາລັງການຜະລິດ ສູງທີ່ສຸດ ໃນ ສປປ ລາວ ແລະ ດໍາເນີນກິດຈະການພາຍໃຕ້ສັນຍາ ການສຳປະທານເປັນເວລາ 25 ປີ ເລີ່ມຕັ້ງແຕ່ປີ 2016-2041. ທັງນີ້ ເປົ້າໝາຍ ແຜນພັດທະນາປະເທດຂອງລັດຖະບານລາວ ຄືການພັດທະນາ ສປປ ລາວ ໃຫ້ກາຍເປັນ “ໝໍ້ໄຟຂອງອາຊຽນ” (Battery of ASEAN) ແລະ ກ້າວສູ່ການເປັນປະເທດກໍາລັງພັດທະນາ ນັ້ນກໍເພື່ອປະຊາຊົນ, ເພື່ອເສດຖະກິດ ແລະ ເພື່ອຄວາມໝັ້ນຄົງ ຂອງປະເທດຊາດ ໃຫ້ຍືນຍົງຕະຫລອດໄປ. ສຳລັບເຄື່ອງຜະລິດກະແສໄຟຟ້າໜ່ວຍທີໜຶ່ງ ໄດ້ເລີ່ມທຳການຜະລິດ ໃນເດືອນມິຖຸນາ ແລະ ໜ່ວຍສອງໄດ້ຜະລິດ ໃນເດືອນພະຈິກ 2015 ທີ່ຜ່ານມາ, ສ່ວນໜ່ວຍທີ່ສາມຈະສຳເລັດ ແລະ ດຳເນີນການຜະລິດ ໃນເດືອນ ມີນາ 2016 ແຕ່ລະໜ່ວຍມີກໍາລັງການຜະລິດ 626 ເມກາວັດ ເຊິ່ງກຳລັງການຜະລິດ ທັງໝົດ ຈະໄດ້ຈຳໜ່າຍໃຫ້ປະເທດໄທ 1.473 ເມກາວັດ ແລະ ໃຫ້ລັດວິສາຫະກິດໄຟຟ້າລາວ 100 ເມກາວັດ.

hongsa-power

ທ່ານລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ກ່າວວ່າ: ສປປ ລາວ ມີຊັບພະຍາກອນທຳມະຊາດ ທີ່ອຸດົມສົມບູນ, ມີແຫລ່ງນ້ຳ ທຳມະຊາດຫລວງຫລາຍ ເຊິ່ງສາມາດພັດທະນາພະລັງງານໄຟຟ້າ ໂດຍສະເພາະພະລັງງານໄຟຟ້ານຳ້ຕົກ ເຊິ່ງສາມາດກໍ່ສ້າງເຂື່ອນໄຟຟ້າ ທີ່ມີກຳລັງຕິດຕັ້ງ ໄດ້ຫລາຍກວ່າ 26.000 ເມກາວັດ, ປັດຈຸບັນ ມີໂຄງການໄຟຟ້າ ທັງພະລັງງານຄວາມຮ້ອນ ແລະ ພະລັງນ້ຳ 38 ແຫ່ງ, ມີກຳລັງຕິດຕັ້ງ 6.264  ເມກາວັດ, ມີກຳລັງການຜະລິດ 33.300 ລ້ານກິໂລວັດໂມງ/ປີ, ເມື່ອທຽບໃສ່ກ່ອນນີ້ ໃນປີ 1975 ມີພຽງ 32,8 ເມກາວັດ, ເພີ່ມຂຶ້ນ 200 ເທົ່າຕົວ. ປັດຈຸບັນ ສາມາດສະໜອງໄຟຟ້າ ໃຫ້ປະຊາຊົນໄດ້ຊົມໃຊ້ແລ້ວເກືອບ 90% ໃຫ້ຄອບຄົວ ໃນທົ່ວປະເທດ, ທຽບໃສ່ປີ 1975 ມີ 3,3%. ຜົນສຳເລັດຂອງ ການພັດທະນາໄຟຟ້າ ໂດຍສະເພາະ ໂຮງໄຟຟ້າພະລັງຄວາມຮ້ອນຫົງແຫ່ງນີ້ ແມ່ນການປະຕິບັດແນວທາງ ຍຸດທະສາດຂອງ ພັກ-ລັດຖະບານ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຍົກສູງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ. ໂຄງການພະລັງຄວາມຮ້ອນຫົງສາ ສາມາດສ້າງລາຍຮັບ ໃຫ້ລັດຖະບານປະມານ 2.300 ລ້ານໂດລາສະຫະລັດ ຕະຫລອດໄລຍະ ການສຳປະທານ 25 ປີ.

ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...