spot_img
Homeຂ່າວການພັດທະນາອົງການກາແດງລາວ ມອບ-ຮັບ ນ້ຳບາດານຊຸມຊົນ ໃຫ້ 2 ແຂວງພາກໃຕ້

ອົງການກາແດງລາວ ມອບ-ຮັບ ນ້ຳບາດານຊຸມຊົນ ໃຫ້ 2 ແຂວງພາກໃຕ້

Published on

Untitled-1 kadeng 1

ຂປລ.​​ເມື່ອ​ເດືອນ ພະຈິກ 2015 ຜ່ານ​ມານີ້ ຢູ່ທີ່ເມືອງລະມາແຂວງເຊກອງ, ໄດ້ມີພິທີມອບ-​ຮັບ ນ້ຳບາດານຊຸມຊົນ ​​ແຈກທໍ່ໃຫ້​ປະຊາຊົນ​ແບບມີສ່ວນຮ່ວມ ຂຶ້ນທີ່ໂຮງຮຽປະຖົມສົມບູນ ບ້ານຫ້ວຍ-ອາວັງຊ້າງ, ໂດຍການ​​ເຂົ້າຮ່ວມຂອງທ່ານ ດຣ.ບຸນມາໄຊຍະສຸກ, ຫົວໜ້າກອງສົ່ງເສີມສຸຂະພາບຊຸມຊົນອົງການກາແດງລາວ, ທ່ານ ອີຣິກວາຍເຊິນຈາກຄະນະກຳມະການກາແດງສາກົນ ປະຈຳລາວ, ທ່ານ ໜູ​ລາ ຢາ​ປາ​ລອງ​ຮັງ ຫົວໜ້າກາແດງແຂວງ​, ພະນັກງານວິຊາການນ້ຳສະອາດແຂວງ​, ພ້ອມດ້ວຍ​ອຳນາດ​ການ​ປົກຄອງ​ ​ແລະ ພໍ່​ແມ່​ປະຊາຊົນ​​ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ໂສວັດ ​​ແສນທະວີສຸກ ຫົວໜ້າຂະແໜງບໍລິຫານກາແດງ ແຂວງເຊກອງ ກ່າວ​ວ່າ: ໂຄງການດັ່ງກ່າວ ​​​ໄດ້ເລີ່ການເກັບກຳຂໍ້ມູນພື້ນຖານ, ຄິດໄລ່ອອກແບບ, ​ເຈາະ​ນ້ຳ​ບາ​ດານ, ສ້າງອ່າງເກັບນ້ຳຂະໜາດ 6 ​ແມັດກ້ອນ, ຕິດ​ຕັ້ງ​ໂປ​ມ​ໄຟຟ້າ, ລະບົບ​ທໍ່ ​ແລະ ກົງ​ເຕີ ເພື່ອເປັນບ່ອນແຈກນ້ຳໄປສູ່ແຕ່ລະ​​ຄອບຄົວ, ​ໂດຍ​ໄດ້ສົມທົບກັບພາກສ່ວນຮັບຜິດຊອບນ້ຳສະອາດ ແຂວງ. ລວມມູນຄ່າໃນການກໍ່ສ້າງທັງໝົດປະມານ 415 ລ້ານກີບ, ​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ຈາກຄະນະກຳມະການກາແດງສາກົນ 346.217.000 ກີບ ​ແລະ ທຶນສົມທົບ​ຂອງປະຊາຊົນຈຳນວນ​ໜຶ່ງ, ນອກ​ນັ້ນ​ຍັງ​ໄດ້ສ້າງນ້ຳບາດານ ແບບປ້ຳມື​​ 2 ບໍ່​, ​ໂດຍ​ໄດ້​ຮັບການຊ່ວຍ​ເຫລື​ອລ້າ​ ​ໃຫ້​​ແກ່​ປະຊາຊົນ​ຜູ້​ທີ່​ທຸກ​ຍາກຂາດ​ເຂີນ ​ແລະ ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ລະ​ເບີດ​ທີ່​ບໍ່​ທັນ​​ແຕກ.

ໃນ​ເດືອນ​ດຽວ​ກັນ​ນີ້, ອົງການກາແດງລາວ ໄດ້​​ສົມທົບ​ ກັບກາ​ແດງ ​ແຂວງ ​ແລະ ຫ້ອງ​ວ່າການ​ປົກຄອງ​ເມືອງ​ ​ເພື່ອ​ມອບ-ຮັບ​​ ນ້ຳ​ບາ​ດານ ​ແບບ​​ແຈກ​ທໍ່​ໃຫ້​​ແກ່​ບ້ານ​ພູ​ໂຮມ, ​ ​ເມືອງ ​ພູ​ວົງ ​ແຂວງ ​ອັດ​ຕະປື, ​ໂດຍ​ການ​​ເຂົ້າ​ຮ່ວມຂອງ​ທ່ານນາງ ພວງ​ສິດ ໄຊ​ສົງຄາມ ຄະນະ​ປະຈຳ​ພັກ​ເມືອງ ຮອງ​ເຈົ້າ​ເມືອງໆ ​ພູ​ວົງ, ຜູ້​ຊີ້​ນຳ​ຂົງ​ເຂດ​ວັດທະນະທຳ​-ສັງຄົມ, ທ່ານດຣ.ບຸນ​ມາ ​ໄຊ​ຍະ​ສຸກ ຫົວໜ້າ​ກອງ​ສົ່ງ​ເສີມ​ສຸຂະພາບ​ຊຸມ​ຊົນອົງການ​ກາ​ແດງ​ລາວ, ທ່ານ ອີຣິກວາຍ​ເຊິ​ນ ຈາກ​ຄະນະ​ກຳມະການ​ກາ​ແດງ​ສາກົນ​ ປະຈຳ​ລາວ ​ແລະ ທ່ານ ດຣ.ວຽງ​ໄຊ ​ໄຊ​ສົມບັດ ຫົວໜ້າກາ​ແດງ​ແຂວງ​ ອັດ​ຕະປື, ພ້ອມ​ດ້ວຍອຳນາດ​ການ​ປົກຄອງ ​ແລະ  ພໍ່​ແມ່ປະຊາຊົນ​​ເຂົ້າ​ຮ່ວມ.

​ ​ທ່ານ ດຣ.ວຽງ​ໄຊ ​ໄຊ​ສົມບັດ​ ກ່າ​ວວ່າ: ​ໂຄງການ​ດັ່ງກ່າວ ​ແມ່ນ​ໄດ້​ເລີ່​ມຈັດ​ຕັ້ງ​ປະຕິບັດ​ມາ​ແຕ່ກາງ​ເດືອນມີນາ 2015, ​ດຍ​ໄດ້ສ້າງ​ອ່າງ​ເກັບ​ນ້ຳ​ຂະໜາດ 5 ​ແມັດ​ກ້ອນ ​ເພື່ອ​ເປັນ​ບ່ອນ​ແຈ​ກນ້ຳ​ ໄປ​ສູ່​ແຕ່​ລະ​ຄອບຄົວ, ຈົນ​​ເຖິງ​ກາງ​ເດືອນ ພະຈິກ 2015 ຈຶ່ງ​ສຳ​ເລັດ, ​ເຊິ່ງ​ໃຊ້​ເວລາ​ການ​ກໍ່ສ້າງ 9 ​ເດືອນ, ລວມມູນ​ຄ່າ​ການກໍ່ສ້າງ​ທັງ​ໝົດ ປະມານ 423.601.325 ກີບ, ​ໂດຍ​ໄດ້​ຮັບທຶນ​ການ​ກໍ່ສ້າງ ຈາກ​ຄະນະ​ກຳມະການ​ກາ​ແດງ​ສາກົນ 387.361.325 ກີບ,​​​ ທຶນ​ແຮງ​ງານ​ສົມທົບ​ຈາກ​ປະຊາຊົນຄິດ​ໄລ່​ເປັນ​ເງິນ ​ປະມານ 16.000.000 ກີບ ​ແລະ ທຶນ​ສົມທົບ​ຈາກ​ອົງການ​ກາ​ແດງ​ແຂວງ 6.500.000 ກີບ. ​ ໂຄງການ​ດັ່ງກ່າວ ໄດ້​ເຮັດ​ໃຫ້​ປະຊາຊົນ​ຈຳນວນ 135 ຄອບຄົວ, 837 ຄົນ, ​ສາມາດ​ມີ​ນ້ຳ​ໃຊ້​ທີ່​ສະອາດຢ່າງພຽງພໍ​ຕະຫລອດ​ປີ.

ທັງ​ນີ້​, ກໍ​ເພື່ອ​ ​ເປັນ​ການ​ເຮັດ​ໃຫ້ນ້ອງ​ນັກຮຽນ ກໍ​ຄື​ ພໍ່​ແມ່​ປະຊາຊົນລາວ​ບັນດາ​ເຜົ່າ ​​ໃຫ້​ມີ​ນ້ຳ​ໃຊ້​​ທີ່​ສະອາດ ​ແລະ ພຽງພໍ​ຕໍ່ການຜະລິດ, ປູກຝັງ, ລ້ຽງສັດ​​​ ເຮັດໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ນັບ​ມື້​ດີຍິ່ງຂຶ້ນ ​ແລະ ​ສາມາດ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...