spot_img
Homeຂ່າວຕ່າງປະເທດຊາວນິວຊີແລນ ລົງປະຊາມະຕິຮອບທຳອິດ ເລືອກທຸງຊາດແບບໃໝ່ ແທນທຸງແບບເກົ່າ!

ຊາວນິວຊີແລນ ລົງປະຊາມະຕິຮອບທຳອິດ ເລືອກທຸງຊາດແບບໃໝ່ ແທນທຸງແບບເກົ່າ!

Published on

EyWwB5WU57MYnKOuYBlDdRelTa3mFLpPox05Ysjr1ZgZbPvyNjoKZa

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ທັນວາຜ່ານມານນີ້ວ່າ ຊາວນິວຊີແລນ ໄດ້ລົງປະຊາມະຕິ ເລືອກຮູບແບບທຸງຊາດແບບໃໝ່ ຊຶ່ງມີທັງໝົດ 5 ແບບ ຜ່ານເຂົ້າຮອບ ຊຶ່ງໃນນັ້ນ ແບບທີ່ໄດ້ຮັບຄະແນນນິຍົມ ຫລາຍທີ່ສຸດສອງອັນດັບ ໄດ້ແກ່ອັນດັບທີໜຶ່ງ ເປັນທຸງຊາດສີດຳ-ຂາວ-ຟ້າ (ທຸງດ້ານລຸ່ມຈາກຮູບ) ຖືກເລືອກຫລາຍທີ່ສຸດ ແລະ ອັນດັບທີສອງ ທີ່ມີຄະແນນສູສີກັນຄື ທຸງສີແດງ-ຂາວ-ນ້ຳເງິນ (ທຸງດ້ານເທິງຈາກຮູບ) ຊຶ່ງທັງສອງແບບນີ້ ຍັງຈະຕ້ອງໄດ້ລໍຖ້າ ຜົນຂອງການລົງປະຊາມະຕິສຸດທ້າຍ ໃນວັນທີ 15 ທັນວາຈະມາເຖິງນີ້.

ແນວໃດກໍຕາມ, ທາງການນິວຊີແລນ ຈະມີການຈັດລົງປະຊາມະຕິຮອບ 2 ໃນເດືອນມີນາປີ 2016 ຊຶ່ງໃນຮອບດັ່ງກ່າວ ຈະເປັນການລົງຄະແນນວ່າ ຈະໃຊ້ທຸງຊາດຮູບແບບໃໝ່ ຫລື ຈະຍັງຄົງນຳໃຊ້ທຸງຊາດແບບເກົ່າຢູ່.

ທັງນີ້ ການລົງປະຊາມະຕິ ເພື່ອປ່ຽນທຸງຊາດຂອງນິວຊີແລນ ແມ່ນໄດ້ຮັບການສະໜັບສະໜູນຈາກ ນາຍົກລັດຖະມົນຕີ ຈອນ ຄີ ແຫ່ງ ນິວຊີແລນ ເນື່ອງຈາກລາວມີຄວາມເຫັນວ່າ ທຸງຊາດຂອງນິວຊີແລນໃນປັດຈຸບັນ ມີຄວາມຄ້າຍຄືກັນກັບທຸງຊາດອົດສະຕາລີ ຫລາຍເກີນໄປ ແລະ ເຫັນວ່າ ມັນຮອດເວລາແລ້ວ ທີ່ຈະບໍ່ມີຮູບທຸງຢູນຽນແຈ໊ກ ຊຶ່ງເປັນສັນຍາລັກ ຂອງອານາວນິຄົມອັງກິດ ຢູ່ໃນທຸງຊາດຂອງນິວຊີແລນ ອີກຕໍ່ໄປ.

 

ບົດຄວາມຫຼ້າສຸດ

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...