spot_img
Homeຂ່າວຕ່າງປະເທດກຸ່ມສິດທິມະນຸດເຜີຍ ໂຮງແຮມໄທຂູດຮີດແຮງງານຕ່າງດ້າວ ເຕືອນອາດຖືກຍົກເລີກ ສັນຍາການຄ້າ!

ກຸ່ມສິດທິມະນຸດເຜີຍ ໂຮງແຮມໄທຂູດຮີດແຮງງານຕ່າງດ້າວ ເຕືອນອາດຖືກຍົກເລີກ ສັນຍາການຄ້າ!

Published on

EyWwB5WU57MYnKOuYBlBVdigJeTEPWkYlcI30V32IgdHAqn2xWAopP

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ທັນວາຜ່ານມານີ້ວ່າ ກຸ່ມສິດທິແຮງງານຈາກສະວີເດັນ ໄດ້ອອກມາເຜີຍແຜ່ ຜົນສຳຫລວດກ່ຽວກັບ ແຮງງານຕ່າງດ້າວ ໃນຂະແໜງທຸລະກິດໂຮງແຮມ ແລະ ການທ່ອງທ່ຽວ ໃນປະເທດໄທ ເມື່ອວັນທີ 10 ທັນວາຜ່ານມານີ້ ໂດຍໄດ້ສຸ່ມເລືອກສຳພາດ ແຮງງານຊາວມຽນມາ 29 ຄົນ ໃນຈຳນວນ 7 ໂຮງແຮມຢູ່ແຂວງພັງງາ ແລະ ແຂວງພູເກັດ ພົບວ່າ ແຮງງານຕ່າງດ້າວທັງໝົດ ໄດ້ຮັບຄ່າຈ້າງ ໜ້ອຍກ່ວາຄ່າແຮງຂັ້ນຕ່ຳ ທີ່ລັດຖະບານໄທປະກາດໃຊ້ ແຕ່ໄດ້ເຮັດວຽກເກີນເວລາ ແລະ ມີວັນພັກ ໜ້ອຍກ່ວາພະນັກງານຄົນໄທ.

ທັງນີ້ ກຸ່ມດັ່ງກ່າວ ຍັງໄດ້ຖະແຫລງເຕືອນວ່າ ການກົດຂີ່ແຮງງານ ເປັນການລະເມີດຂໍ້ຕົກລົງລະຫວ່າງຄູ່ຄ້າ ຊຶ່ງອາດຈະນຳໄປສູ່ ການຍົກເລີກສັນຍາການຄ້າ ລະຫວ່າງໄທ ແລະ ສະວີເດັນໄດ້.

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...