spot_img
Homeຂ່າວຕ່າງປະເທດສະຫະລັດອາເມຣິກາສົ່ງ ຈອນ ແຄຣີ ໄປມົດສະກູ ເພື່ອຫາລືກັບຣັດເຊຍ ຕໍ່ບັນຫາຊີຣີ 15 ທັນວານີ້!

ສະຫະລັດອາເມຣິກາສົ່ງ ຈອນ ແຄຣີ ໄປມົດສະກູ ເພື່ອຫາລືກັບຣັດເຊຍ ຕໍ່ບັນຫາຊີຣີ 15 ທັນວານີ້!

Published on

FRANCE-US-CLIMATE-WARMING-COP21-KERRY

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ທັນວາຜ່ານມານີ້ວ່າ ທ່ານ ຈອນ ແຄຣີ ລັດຖະມົນຕີຕ່າງປະເທດ ສະຫະລັດອາເມຣິກາ ຈະເດີນທາງໄປ ນະຄອນຫລວງມົດສະກູ ໃນວັນທີ 15 ທັນວານີ້ ເພື່ອຫາລືກັນກັບ ປະທານາທິບໍດີ ວະລາດິເມຍ ປູຕິນ ກ່ຽວກັບບັນຫາວິກິດການ ສົງຄາມກາງເມືອງຊີຣີ ແລະ ການຕໍ່ສູ້ປາບປາມ ກຸ່ມລັດອິດສະລາມ ຫລື ໄອເອັສ.

ທັງນີ້ ເນື່ອງຈາກທັງສອງຝ່າຍ ເປັນປະເທດມະຫາອຳນາດ ທີ່ມີບົດບາດສຳຄັນ ໃນການແກ້ໄຂບັນຫາ ສົງຄາມກາງເມືອງຢູ່ຊີຣີ ຊຶ່ງດ້ານສະຫະລັດອາເມຣິກາ ແມ່ນມີຈຸດຢືນ ຕໍ່ຕ້ານລັດຖະບານຊີຣີ ທີ່ມາຈາກການເລືອກຕັ້ງຢ່າງຈະແຈ້ງ ຊຶ່ງກົງກັນຂ້າມ ກັບທ່າທີຂອງຣັດເຊຍ ທີ່ໃຫ້ການສະໜັບສະໜູນ ລັດຖະບານຊີຣີ ພາຍໃຕ້ການນຳຂອງ ທ່ານ ບາຊາ ອັນ-ອັດຊາດ ປະທານາທິບໍດີ ແຫ່ງ ຊີຣີ.

 

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...