Homeຂ່າວພາຍ​ໃນແຂວງຫົວພັນ ຕ້ອນຮັບຂະບວນຄາລະວານ ຫວນຄືນຖິ່ນກໍາເນີດຂອງ ສປປ ລາວ ຢ່າງຍິ່ງໃຫຍ່!

ແຂວງຫົວພັນ ຕ້ອນຮັບຂະບວນຄາລະວານ ຫວນຄືນຖິ່ນກໍາເນີດຂອງ ສປປ ລາວ ຢ່າງຍິ່ງໃຫຍ່!

Published on

Untitled-1kharavane 1

ຂປລ. ພິທີ​ຕ້ອນຮັບ ​ຂະ​ບວນຄາ​ລະວາ​ນ ​ຕາມ​ຮອຍປະທານ ​ໄ​ກສອນ ພົມວິຫານ,  ຫວນ​ກັບ​ຢ້ຽມຢາມ​ຖິ່ນ​ກໍາ​ເນີ​ດຂອງ ສປປ ລາວ ​ແລະ ​ງານ​ຊຸມນຸມລະນຶກ​ວັນ​ຄ້າຍ​ວັນ​ເກີດ ທ່ານ ​ໄກສອນ ພົມວິຫານ ​ຄົບຮອບ 95 ປີ​ ໄດ້​ຈັດ​ຂຶ້ນຢ່າງ​ຍິ່ງ​ໃຫຍ່​ ທີ່​ເມືອງ​ວຽງ​ໄຊ ​ແຂວງ​ຫົວພັນ ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ ພ້ອມ​ບັນດາລັດຖະມົນຖະມົນຕີ, ລັດຖະມົນຕີ​ຊ່ວຍ​ວ່າການ, ​ເຈົ້າ​ແຂວງ, ຜູ້​ອາວຸ​ໂສ ​ແລະ ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ.

​ໃນ​ໂອກາດ​ດັ່ງກ່າວ​ນີ້, ທ່ານ ວັນ​ໄຊ ​ແພງ​ຊຸມ​ມາ, ​ເລຂາ​ພັກ​ແຂວງ​ໆຫົວພັນ​ໄດ້ກ່າວ: ການຈັດ​ຂະ​ບວນຄາ​ລະວາ​ນຄັ້ງ​ນີ້​ ແມ່ນ​ມີ​ຄວາມ​ໝາຍ ​ແລະ ຄວາມ​ສໍາຄັນ​ຢ່າງ​ຍິ່ງ​ທີ່​ທົ່ວ​ພັກ ​ແລະ​ ປວງ​ຊົນ​ລາວ​ທັງ​ຊາດ ​​ໄດ້ສະ​ເຫລີ​ມສະຫລອງວັນ​ສະຖາປະນາ ສປປ ລາວ ​ຄົບຮອບ 40 ປີ​ ໃນ​ບາງ​ແຂວງກໍ​ສໍາ​ເລັດ ​ແລະ ບາງ​ແຂວງ​ຍັງ​ສືບ​ຕໍ່​ດໍາ​ເນີນ​ໄປ​ດ້ວຍ​ບັນຍາກາດ​ຟົດ​ຟື້ນ ​ໂດຍ​ສະ​ເພາະ​ ຊາວ​ແຂວງ​ຫົວ​ພັນ ​ພວກ​ເຮົາ​ຫາ​ກໍ​ດໍາ​ເນີນ​ການ ສະ​ເຫລີ​ມສະຫລອງ​ວັນ​ສະຖາປະນາ ສປປ ລາວ​ ຄົບຮອບ 40 ປີ​ ຢ່າ​ງຄຶກຄື້ນ​ມ່ວນ​ຊື່ນ ​ແຕ່​ພິ​ເສດ​ພວກ​ເຮົາພ້ອມ​ຊາວ​ເມືອງ​ວຽງ​ໄຊ​ສຸດ​ທີ່​ເປັນ​ກຽດ ​ແລະ ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ຄໍານັບ​ຮັບ​ຕອ້ນຂະ​ບວນຕາມ​ຮອຍປະທານ ​ໄ​ກສອນ ພົມວິຫານ ​ແລະ ຫວນ​ກັບ​ຢ້ຽມຢາມ​ຖິ່ນ​ກໍາ​ເນີ​ດ ຂອງ ສປປ ລາວ.

ທ່ານ ​ເລຂາ​ພັກ​ແຂວງ​ຫົວພັນ​ຍັງ​ໄດ້ຍົກ​ໃຫ້​ເຫັນ​ເນື້ອ​ໃນ​ບາງ​ຕອນ​ສໍາຄັນ​ວ່າ: ດີນ​ແດນ​ທົ່ງ​ນາ​ໄກ່ ​ເມືອງ​ວຽງ​ໄຊ​ເປັນ​ດີ​ນ​ແດນທີ່​ສັກກະ​ລະ​ບູຊາ ​ໃນ​ປະຫວັດສາດ​ຂອງ​ຊາວ​ລາວ ອັນ​ເນື່ອງ​ມາ​ຈາກ​ເປັນ​ບ່ອນຢູ່​ອາ​ໃສ ​ແລະ ​ເຄື່ອນ​ໄຫວ​ຊີ້​ນໍາໆ​ພາ​ການ​ປະຕິວັດ​ປົດ​ປ່ອຍ​ຊາດ​ຂອງ​ບັນດາ​ທ່ານ​ຜູ້​ນໍາ​ປະຕິວັດ, ​ເປັນ​ບ່ອນ​ເຕົ້າ​ໂຮມ​ຫລໍ່​ຫລອມ​ກໍາລັງ​ປະຕິວັດ​ໃຫ້​ເຕີບ​ໃຫຍ່​ ຂະຫຍາຍຕົວ​ສາມາດ​ເຮັດ​ສໍາ​ເລັດ​ພາລະ​ກໍາ​ປົດ​ປ່ອຍ​ຊາດ ຍາດ​ເອົາ​ເອກະລາດ-ປະກາດ​ສ້າງ​ຕັ້ງ ສປປ ລາວ ​ຂຶ້ນ ​ໃນ​ວັນ​ທີ 2 ທັນວາ 1975 ມາ​ເປັນ​ໄຊຊະນະ ​ອັນ​ຍິ່ງ​ໃຫຍ່​ ໃນ​ປະຫວັດສາດຂອງ​ຊາດ​ລາວ​ທີ່​ຫລຸ​ດພົ້ນ​ອອກ​ຈາກ​ແອກ​ປົກຄອງ​ກົດ​ຂີ່​ຂົ່ມ​ ເຫັງ​ ຂອງ​ຈັກກະພັດ​ຕ່າງ​ດ້າວ ​ແລະ ​ກ້າວ​ເຂົ້າ​ສູ່​ສັງກາດ​ໃໝ່-ສັງກາດ​ທີ່​ປະຊາຊົນ​ລາວ​ ໄດ້​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ, ​ເປັນ​ເຈົ້າ​ຕົນ​ເອງ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ໃນ​ເງື່ອນ​ໄຂ​ປະ​ເທດ​ມີ​ ສັນຕິພາບ, ​ເອກະລາດ, ປະຊາທິປະ​ໄຕ,​ ເອກະ​ພາບ​ກ້າວ​ຂຶ້ນ​ສູ່​ຄວາມ​ວັດທະນາ​ຖາວອນ ​ໂດຍ​ມີ​ທີ່​ຕັ້ງ​ຄົບ​ຖ້ວນ ​ແລະ ມີ​ຖານະ​ທຽບ​ເທົ່າ​ກັບ​ນາໆ​ຊາດ ​ໃນ​ວົງ​ຄະນະ​ຍາດ​ສາກົນ​ສົມ​ກັບ​ຄໍາ​ຂະໜາ​ນາມ​ວ່າ​ວຽງ​ໄຊ​ ເປັນ​ຖິ່ນ​ກໍາ​ເນີ​ດ ຂອງ ສປປ ລາວ.

Untitled-1kharavane 2

​ແນວ​ໃດ​ກໍ​ດີ ທ່ານ ວັນ ​ໄຊ ​ແພງ​ຊຸມ​ມາຢືນຢັນ​ວ່າ: ພວກ​ເຮົາ​ການ​ນໍາ​ແຂວງ-ການ​ນໍາ​ເມືອງ ​ຈະ​ສືບ​ຕໍ່​ນໍາພາ​ພັດທະນາ​ເມືອງ​ວຽງ​ໄຊ​ໃຫ້​ກາຍ​ເປັນ​ແຫ​ລ່ງທ່ອງ​ທ່ຽວ​ທາງ​ ປະຫວັດສາດ, ທໍາ​ມະ​ຊາດ ​ແລະ ວັດທະນະ​ທໍາ​ທີ່​ເຕັມ​ໄປ​ດ້ວຍ​​ເຊື່ອ​ໝັ້ນ ​ແລະ ອຸດົມ ​ການ​ຂອງ​ພັກ​ເ​ພື່ອດຶງ​ດູດ​ເອົາ​ຊາວ​ລາວ​ທັງ​ຊາດ ​ແລະ ​ແຂກ​ຕ່າງປະ​ເທດ ​ເຂົ້າ​ມາ​ທ່ຽວ​ຊົມ​ໃຫ້​ນັບ​ມື້​ນັບ​ຫລາຍ​ຂຶ້ນ​ໂດຍ​ເນັ້ນ​ໃສ່​ໃຫ້​ເຂົາ​ ເຈົ້າ​ເຫັນ​ເຖິງ​ພາບ​ຟົດ​ການ​ດໍາລົງ​ຊີວິດ​ທີ່​ທຸກ​ຍາກ​ລໍາບາກ​ຂອງ ທ່ານ ​ໄກສອນ ພົມວິຫານ, ທ່ານ ສຸພາ ນຸວົງ ​ແລະ ທ່ານ​ຜູ້​ນໍາ​ອື່ນໆ​ທີ່ຢູ່​ຕາມ​ຮອມ​ຜາ, ຮູ ​ແລະ ຖໍ້າ ​ຕ່າງໆ​ເພື່ອ​ຊີ້​ນໍາໆ​ພາ​ການ​ປະຕິວັດ, ອຸດົມ​ການຂອງ​ພັກ, ອຸດົມ​ການ​ຂອງ​ສັງຄົມ​ນິຍົມ, ​ເພື່ອ​ຊີວິດ​ການ​ເປັນ​ຢູ່​ທີ່​ດີຂອງ​ປະຊາຊົນນັບມື້​ນັບ​ດີ​ຂຶ້ນ ພ້ອມ​ຈະ​ເຜີຍ​ແຜ່ ​ແລະ ປູກ​ຈິດ​ສໍານຶກ​ໃຫ້​ທຸກ​ຊັ້ນ​ຄົນ​ຮໍ່າຮຽນ​ເອົາ​ບົດຮຽນ​ຍອດ​ຍິ່ງ​ຂອງ​ເພີ່ນ ​ແລະ ຄຸນສົມບັດ​ສິນ​ທໍາ​ປະຕິວັດ​ຂອງ​ເພີ່ນ​ຢ່າງ​ແທ້​ຈິງ.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...