spot_img
Homeຂ່າວຕ່າງປະເທດບັນດາປະເທດໃນໂລກ ບັນລຸຂໍ້ຕົກລົງ ແກ້ໄຂສະພາວະໂລກຮ້ອນ COP21 ຮ່ວມກັນແລ້ວ!

ບັນດາປະເທດໃນໂລກ ບັນລຸຂໍ້ຕົກລົງ ແກ້ໄຂສະພາວະໂລກຮ້ອນ COP21 ຮ່ວມກັນແລ້ວ!

Published on

EyWwB5WU57MYnKOuYBtbvz5IndUouuvGm26H2Y8lJN32c4Vi3gwddV

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ທັນວານີ້ວ່າ ໃນມື້ວານນີ້ (13 ທັນວາ) ທ່ານ ບັນກີມູນ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ໄດ້ກ່າວສະແດງ ຄວາມຊົມເຊີຍ ຕໍ່ໝາກຜົນທີ່ ບັນດາປະເທດຕ່າງໆ 195 ປະເທດ ທີ່ເປັນພາຄີອະນຸສັນຍາ ສະຫະປະຊາຊາດ ວ່າດ້ວຍການປ່ຽນແປງ ສະພາບພູມອາກາດ ຊຶ່ງຈັດກອງປະຊຸມ ສະໄໝທີ 21 ຫລື COP21 ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ ສາມາດບັນລຸຂໍ້ຕົກລົງຮ່ວມກັນ ໂດຍຈຸດປະສົງຂອງຂໍ້ຕົກລົງ ແມ່ນເພື່ອຫລຸດຜ່ອນ ປະລິມານການປ່ອຍອາຍກາກບອນ ຢູ່ໃນທົ່ວໂລກໃຫ້ຫລຸດລົງ ພ້ອມທັງສົ່ງເສີມການພັດທະນາ ເສດຖະກິດສີຂຽວ ແນໃສ່ແກ້ໄຂ ສະພາວະໂລກຮ້ອນ ໃຫ້ເປັນຮູບປະທຳ.

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...