spot_img
Homeຂ່າວພາຍ​ໃນຄືນນີ້ມີຝົນດາວຕົກ! ສາມາດເບິ່ງໄດ້ໃນລາວ ແຕ່ 21 ໂມງເປັນຕົ້ນໄປ ຄາດຕົກ 80-100 ດວງຕໍ່ຊົ່ວໂມງ!

ຄືນນີ້ມີຝົນດາວຕົກ! ສາມາດເບິ່ງໄດ້ໃນລາວ ແຕ່ 21 ໂມງເປັນຕົ້ນໄປ ຄາດຕົກ 80-100 ດວງຕໍ່ຊົ່ວໂມງ!

Published on

image.aspx

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ທັນວານີ້ວ່າ ໃນຕອນຄ່ຳມື້ນີ້ (14 ທັນວາ) ນັບແຕ່ເວລາ 21:00 ໂມງ ເປັນຕົ້ນໄປ ຕໍ່ເນື່ອງເຖິງວັນທີ 15 ທັນວາ ຈະມີປະກົດການ ຝົນດາວຕົກເຈມິນິສ ຊຶ່ງເປັນປະກົດການທີ່ເກີດຂຶ້ນ ເປັນປະຈຳໃນທຸກໆປີ ໂດຍໃນປີນີ້ຄາດວ່າຈະມີໂອກາດສູງ ທີ່ຈະເຫັນຈຳນວນຝົນດາວຕົກ ຫລາຍກ່ວາປີຜ່ານມາ ເນື່ອງຈາກຈະມີຟ້າມືດ (ໃນບໍລິເວນປະເທດໄທ ແລະ ລາວ) ແລະ ຄາດວ່າຈະມີດາວຕົກຢູ່ລະຫວ່າງ 80-100 ດວງ ຕໍ່ຊົ່ວໂມງ ຊ່ວງເວລາດາວຕົກສູງສຸດ ແມ່ນໃນເວລາ 01:00 ຂອງວັນທີ 15 ທັນວາ.

ສຳລັບ ຝົນດາວຕົກເຈມິນິສ ແມ່ນເກີດຈາກ ການທີ່ໂລກເຄື່ອນທີ່ເຂົ້າໄປ ໃນບໍລິເວນກຸ່ມເສດຊາກດາວເຄາະນ້ອຍ 3002 ເຟດຣອນ ແລ້ວເກີດການສຽດສີ ກັບຊັ້ນບັນຍາກາດຂອງໂລກ ຈຶ່ງເຮັດໃຫ້ເກີດເປັນຝົນດາວຕົກ ສ່ວນໃຫຍ່ຈະເຫັນເປັນສີຂຽວ ແລະ ສີເຫລືອງ, ສຳລັບວິທີການເບິ່ງ ແມ່ນໃຫ້ນອນແຫງນໜ້າຂຶ້ນຟ້າ ຫັນໄປທາງທິດຕາເວັນອອກສຽງເໜືອ ຈຶ່ງຈະສາມາດເບິ່ງເຫັນໄດ້.

 

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...