spot_img
Homeຂ່າວຕ່າງປະເທດຣັດເຊຍ-ຕວກກີ ແຕກຫັກໜັກ! ຍົກເລີກກຳນົດປະຊຸມ ລະຫວ່າງປູຕິນ-ເອີໂດກັນ 15 ທັນວານີ້!

ຣັດເຊຍ-ຕວກກີ ແຕກຫັກໜັກ! ຍົກເລີກກຳນົດປະຊຸມ ລະຫວ່າງປູຕິນ-ເອີໂດກັນ 15 ທັນວານີ້!

Published on

558000014217801
ພາບໃນອະດີດ ການພົບປະລະຫວ່າງ ທ່ານ ປູຕິນ ແລະ ເອີໂດກັນ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ທັນວາ ຜ່ານມານີ້ວ່າ ທາງການຣັດເຊຍ ໄດ້ຍົກເລີກວາລະກອງປະຊຸມ ພົບປະລະຫວ່າງ ປະທານາທິບໍດີ ວະລາດິເມຍ ປູຕິນ ແລະ ປະທານາທິບໍດີ ເຣເຊບ ເຕຢິບ ເອີໂດກັນ ແຫ່ງ ປະເທດຕວກກີ ຊຶ່ງມີກຳນົດວ່າ ຈະຈັດຂຶ້ນໃນວັນທີ 15 ທັນວານີ້ ໂດຍນັດໝາຍດັ່ງກ່າວ ມີຂຶ້ນໃນວັນທີ 16 ພະຈິກຜ່ານມາ ກ່ອນທີ່ຈະເກີດເຫດການ ເຮືອບິນສູ້ຮົບຕວກກີ ຍິງເຮືອບິນສູ້ຮົບ Su-24 ຂອງຣັດເຊຍຕົກ 1 ອາທິດ.

ທ່ານ ດິມິດທຣີ ເປສະຄອບ ໂຄສົກລັດຖະບານຣັດເຊຍ ໄດ້ກ່າວວ່າ ” ກອງປະຊຸມຈະບໍ່ເກີດຂຶ້ນ ມັນບໍ່ຢູ່ໃນແຜນການຂອງພວກເຮົາແລ້ວ “

ທັງນີ້ ຜູ່ນຳຂອງທັງສອງປະເທດ ຣັດເຊຍ-ຕວກກີ ກຳລັງຕົກຢູ່ໃນສະພາວະ ສົງຄາມນ້ຳລາຍ ຈາກເຫດການຍິງເຮືອບິນຕົກດັ່ງກ່າວ ອັນເປັນຜົນເຮັດໃຫ້ ຣັດເຊຍປະກາດນຳໃຊ້ ມາດຕະການຂວ້ຳບາດຕໍ່ຕວກກີ ສົ່ງຜົນເຮັດໃຫ້ຄວາມສຳພັນລະຫວ່າງສອງປະເທດ ທີ່ເປັນເຖິງຄູ່ຮ່ວມມືຍຸດທະສາດ ນັບມື້ນັບຖົດຖອຍລົງ.

 

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...