spot_img
Homeມຸມຂ່າວ AECນາຍົກລັດຖະມົນຕີມາເລເຊຍ ຮຽກຮ້ອງອາຊຽນ ເພີ່ມທະວີຮ່ວມມື ແກ້ໄຂບັນຫາມົນລະພິດ!

ນາຍົກລັດຖະມົນຕີມາເລເຊຍ ຮຽກຮ້ອງອາຊຽນ ເພີ່ມທະວີຮ່ວມມື ແກ້ໄຂບັນຫາມົນລະພິດ!

Published on

Untitled-2 400

ຂປລ. ອ້າງ​ຕາມ ​ບົດ​ລາຍ​ງານ ສະບັບ ລ້າ​ສຸດ ທ່ີ​ຕີ​ພິມ​ລົງ ​ໂດຍ​ເຕື້ອງ​ເຖ​ິງ ວິ​ກິດ​ການ​ຄວັນ​ໄຟ ທ່ີ​ສົ່ງ​ຜົນ​ ກະທົບ​ ເຖິງ​ພາກ​ພື້ນ ທາງ​ພາກ​​ໃຕ້ ຂອງ ບັນດາ​ ປະ​ເທດ​ ອາຊີ ຕາ​ເວັນ​ອອກ ສຽງ​ໃຕ້ (ASEAN) ​ເມື່ອ​ກາງ​ປີຜ່ານມາ ພ້ອມ​ທັງ ສະ​ເໜີ​ໃຫ້ ບັນດາ​ປ​ະ​ເທດ ​ໃນ​ອາ​ຊຽນ ​ແກ້​ໄຂ ບັນຫາ ດັ່ງກ່າວ ຢ່າງ​ຮີບ​ດ່ວນ.

ທ່ານ ນາ​ຈິບ ຣາຊັກ ນາຍົກ ລັດຖະມົນຕີ ມາ​ເລ​ເຊຍ ​ໄດ້​ກ່າວ ​ໃນ​ກອງ​ປະຊຸມ ຂັ້ນ​ສູງ ຂອງ ​ເວທີ​ ປາ​ໄສ​ເສດຖະກິດ ອາຊີ-ປາ​ຊີ​ຟິກ(APEC) ໂດຍຮຽກຮ້ອງ ໃຫ້ຈັດກອງປະຊຸມ ທ່ີປືກສາ ຫາລື ກ່ຽວກັບ ວິທະຍາສາດ ແຖວໜ້າ ເພື່ອຊອກຫາ ວິທີການແກ້ໄຂ ບັນຫາ ຄວັນໄຟ ທ່ີສົ່ງຜົນກະທົບ ໃນພາກພື້ນນີ້ ໃນໄລຍະ 18 ປີຜ່ານມາ. ນອກຈາກນັ້ນ, ບັນດາ ລັດຖະມົນຕີ ອາຊຽນ ຮັບຜິດຊອບ ບັນຫາ ຄວັນໄຟ ໄດ້ຮຽກຮ້ອງ ໃຫ້ດຳເນີນ ລາຍການຕ່າງໆ ເພື່ອໃຫ້ອາຊຽນ ກາຍເປັນ ປອດຄວັນໄຟ ໃນປີ 2020.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...