spot_img
Homeຂ່າວເຫດການນາຍົກລັດຖະມົນຕີເກົາຫຼີໃຕ້ ຢ້ຽມຢາມໂຮງໝໍເດັກ ຢູ່ນະຄອນຫລວງວຽງຈັນ

ນາຍົກລັດຖະມົນຕີເກົາຫຼີໃຕ້ ຢ້ຽມຢາມໂຮງໝໍເດັກ ຢູ່ນະຄອນຫລວງວຽງຈັນ

Published on

f7b79c80e32f693b7183480967be4a6c

ເນື່ອງ​ໃນ​ໂອກາດ​ທີ່​ທ່ານ ຮ່າງ ຄຽວ ອານ ນາຍົກລັດຖະມົນຕີ ແຫ່ງ ສ ເກົາຫຼີ ພ້ອມ​ດ້ວຍ​ຄະນະ ໄດ້​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ຢ່າງ​ເປັນທາງ​ການ ແຕ່​ວັນ​ທີ 13-15 ທັນວາ 2015 ທ່ານ​ນາຍົກ​ລັດ​ຖະ​ມົນຕີ​ ພ້ອມ​ດ້ວຍ​ຄະນະ ກໍ່​ໄດ້​ໄປ​ຢ້ຽມຢາມ​ໂຮງໝໍ​ເດັກ ໃນ​ວັນ​ທີ 15 ທັນວາ 2015 ໂດຍ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ທ່ານ ​ສຈ.​ດຣ. ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ພ້ອມ​ດ້ວຍ​ຄະນະ​ອຳນວຍ​ການ ແລະ ພະນັກງານ​ກ່ຽວຂ້ອງ.

ທ່ານ ​ດຣ. ນາງ ສົມ​ມະນີ​ຄອນ ຜ່າງ​ມະນີ​ໄຊ ຄະນະ​ອຳນວຍ​ການໂຮງໝໍ​ເດັກ ໄດ້​ລາຍ​ງານ​ສະພາບການເຄື່ອນໄຫວ​ຂອງ​ໂຮງໝໍ​ເດັກ ວ່າ: ໂຮງໝໍ​ເດັກ ສ້າງຕັ້ງ​ໃນ​ທ້າຍປີ 2011 ໂດຍ​ໄດ້​ຮັບ​ການ​ສະໜັບສະ​ໜູນ​ຈາກ​ລັດຖະບານ ສ ເກົາຫຼີ ເປັນ​ໂຮງໝໍ​ລະດັບ 70 ຕຽງ ອັດຕາ​ການ​ໝູນ​ໃຊ້​ຕຽງ 70-80% ນອກ​ນີ້ ຍັງ​ມີ​ຄຣີ​ນິກ​ຕ່າງໆ ເຊິ່ງ​ການ​ກວດ​ເຂດ​ນອກ​ປະມານ 200 ຄົນ​ຕໍ່​ວັນ ປັດຈຸບັນ​ມີ 13 ພະແນກ ຄະນະ​ອຳນວຍ​ການ 4 ທ່ານ ພະນັກງານ 120 ທ່ານ ແຕ່ 1/3 ເປັນ​ທ່ານໝໍ 1/3 ເປັນ​ພະຍາບານ ນອກ​ນີ້ ຍັງ​ໄດ້​ຮັບ​ການ​ສະໜັບ​ສະ​ໜູນ​ອາສາ​ສະໝັກ ສ ເກົາຫຼີ ມາ​ຊ່ວຍ ເຊິ່ງ​ນັບ​ແຕ່​ປີ 2012 ເຖິງ​ປັດຈຸບັນ​ມີ 32 ທ່ານ ອົງການ​ກອຍ​ກາ​ກໍ່​ໄດ້​ສະໜັບ​ສະໜູນ​ດ້ານ​ວິຊາ​ການ​ໃຫ້​ພວກ​ເຮົາມາ​ໂດຍ​ ຕະຫຼອດ ສັງ​ລວມ​ແລ້ວ 4 ປີຜ່ານມາ ເຫັນ​ວ່າ​ໂຮງໝໍພວກ​ເຮົາ​ມີ​ການ​ຂະຫຍາຍຕົວ ປະຊາຊົນ​ໄດ້​ເຂົ້າ​ມາ​ໃຊ້​ບໍລິການນັບ​ມື້​ຫຼາຍ​ຂຶ້ນ ນອກ​ນີ້ ພວກ​ເຮົາຍັງ​ໄດ້​ລົງ​ໄປ​ຊ່ວຍ​ປິ່ນປົວ​ຢູ່​ໂຮງໝໍເມືອງ ສຸກສາລາ ແລະ ໂຮງໝໍແຂວງ​ຕ່າງໆ ສິດສອນ​ນັກ​ສຶກ​ສາໃນ​ໂຮງໝໍ ແລະ ໂຮງຮຽນ​ແຕ່​ລະປີ​ບໍ່​ຕ່ຳ​ກວ່າ 700 ຄົນ ພ້ອມ​ນີ້ຍັງ​ໄດ້​ຈັດ​ກິດຈະກຳ​ສົ່ງເສີມ​ສຸ​ຂະພາບ ໂດຍ​ການ​ລົງ​ກວດ​ສຸ​ຂະພາບ​ໃຫ້​ບັນດາ​ໂຮງຮຽນ ກວດ​ສຸຂະ​ພາບ​ເດັກ​ດີ ສັກ​ຢາ​ວັກ​ແຊງ ພະຍາດ​ທີ່​ພົບ​ຫຼາຍ​ແມ່ນ​ອັກເສບປອດ ຖອກທ້ອງ ສ່ວນ​ການ​ຜ່າຕັດ ສ່ວນ​ໃຫຍ່​ຈະ​ເປັນ​ພະຍາດມາ​ແຕ່​ກຳເນີດ ສຳລັບ​ບັນຫາຫຍຸ້ງຍາກ​ແມ່ນ ​ພະນັກງານ​ຍັງຂາດ​ຄວາມ​ຮູ້​ຄວາມ​ສາມາດ ຄວາມ​ຊຳນານ ຊ່ຽວຊານ​ບາງຂະແໜງການ ຄວາມ​ຮູ້​ດ້ານ​ພາສາ​ອັງກິດ ແລະ ໄອ​ທີ ເຮັດ​ໃຫ້ການ​ເຂົ້າ​ຫາ​ຂໍ້​ມູນ​ມີ​ຄວາມ​ຫຍຸ້ງຍາກ ແນວໃດ​ກໍ່​ດີ ໃນຕໍ່ໜ້າ​ນີ້ ພວກ​ເຮົາ​ຈະ​ພະຍາຍາມ​ສ້າງໂຮງໝໍ​ແຫ່ງ​ນີ້​ ໃຫ້​ກາຍເປັນ​ໂຮງໝໍ​ທີ່​ມີ​ຄວາມ​ຊ່ຽວຊານ​ລົງ​ເລິກ​ຂະແໜງ ສາມາດ​ຮັບ​ການ​ສົ່ງຕໍ່ຈາກ​ໂຮງໝໍ​ອື່ນໆ ໂດຍ​ສະເພາະ ຂະແໜງການ​ໂພຊະ​ນາ​ການ​ສຳລັບ​ເດັກ ແລະ ການ​ວິເຄາະຕ່າງໆ ສຳລັບ​ຂໍ້​ສະເໜີ​ແມ່ນ​ຢາກໃຫ້​ຊ່ວຍ​ເຝິກອົບຮົມ​ພະນັກງານໃຫ້​ມີ​ຊ່ຽວຊານ​ເພີ່ມ ​ຂຶ້ນ ພ້ອມ​ທັງອຸປະກອນ​ການ​ແພດ​ທີ່​ຈຳເປັນສະເໜີ​ອາສາ​ສະໝັກ ສ ເກົາຫຼີ ມາ​ຊ່ວຍ​ໃນ​ບາງ​ຂະແໜງການ​ທີ່ຍັງ​ຂາດເຂີນ.

ໂອກາດ​ນີ້ ທ່ານ ຮ່າງ ຄຽວ ອານ ກໍ່​ໄດ້​ສະແດງ​ຄວາມ​ຊົມເຊີຍ​ຕໍ່​ຜົນງານ​ທີ່​ໂຮງໝໍ​ເດັກ​ຍາດມາ​ໄດ້​ໃນ​ໄລຍະ​ ຜ່ານ​ມາ ພ້ອມ​ນີ້ ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຄະນະອຳນວຍ​ການ​ໂຮງໝໍ​ເດັກ ​ຈົ່ງ​ສືບຕໍ່​ໃຫ້ການ​ປິ່ນປົວ​ທີ່​ດີ ມີ​ຄຸນະພາບແກ່​ຜູ້​ມາ​ໃຊ້​ບໍລິການ ເພື່ອ​ເຮັດໃຫ້​ອັດຕາ​ການ​ຕາຍ​ຂອງ​ແມ່ ແລະ ເດັກ​ນັບ​ມື້​ຫຼຸດ​ລົງ ພ້ອມ​ນີ້ ກໍ່​ຕ້ອງ​ນຳ​ໃຊ້​ທ່າແຮງ​ດ້ານ​ອຸປະກອນ​ທີ່​ມີ​ຢູ່​ໃຫ້​ເກີດ​ປະໂຫຍດ​ສູງສຸດ ພະນັກງານ​ແພດ​ໝໍ​ກໍ່​ຕ້ອງໃຊ້​ທຸກ​ຄວາມ​ສາມາດ​ຂອງ​ຕົນ ເຂົ້າ​ໃນ​ການ​ປິ່ນປົວ​ໃຫ້​ດີ​ທີ່​ສຸດ ຮຽກຮ້ອງ​ມາ​ຍັງ​ອາສາ​ສະໝັກ ສ ເກົາຫຼີ ຈົ່ງ​ສືບຕໍ່​ໃຫ້ການ​ຊ່ວຍເຫຼືອ​ຕື່ມ​ອີກ ສຳລັບ​ຂໍ້​ສະເໜີ​ທີ່​ຄະນະ​ອຳນວຍ​ການ​ສະເໜີ​ມາ​ນັ້ນ ຂ້າພະເຈົ້າ​ຈະ​ນຳໄປ​ຄົ້ນຄວ້າ​ປຶກສາ​ຫາລື​ກັບ​ລັດຖະບານ ພາຍຫຼັງກັບ​ຄືນ​ປະເທດ ເພື່ອ​ຫາ​ຊ່ອງ​ທາງໃນ​ການ​ຊ່ວຍເຫຼືອ​ຂັ້ນ​ຕໍ່​ໄປ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...