Homeຂ່າວການພັດທະນາຍີ່ປຸ່ນ​ຊ່ວຍ​ເຫລືອລາວ 2 ໂຄງການມູນ​ຄ່າ 24 ລ້ານ​ໂດ​ລາ​ສະຫະລັດ

ຍີ່ປຸ່ນ​ຊ່ວຍ​ເຫລືອລາວ 2 ໂຄງການມູນ​ຄ່າ 24 ລ້ານ​ໂດ​ລາ​ສະຫະລັດ

Published on

ລັດຖະບານຍີ່ປຸ່ນ, ໄດ້​ໃຫ້​ທຶນ​ຊ່ວຍ​ເຫລືອ​ລ້າ​ແກ່​ລັດຖະບານ​ລາວລວມມູນ​ຄ່າ 24 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ຈັດຕັ້ງປະ ຕິບັດ 2 ​ໂຄງການ​ຄື: ໂຄງການ​ພັດທະນາ​ຊັບພະຍາກອນ​ມະນຸດ ​ແລະ ​ໂຄງການ​ກໍ່ສ້າງ​ຂົວ​ເຊ​ກອງ, ​ໂດຍ​ພິທີ​ເຊັນ​ສັນຍາ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ພຶດສະພາ 2014 ທີ່​ກະຊວງ​ການ​ຕ່າງປະ​ເທດລະຫວ່າງ ທ່ານ​ນາງ ສູນ​ທອນ ​ໄຊ​ຍະ​ຈັກ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ທ່ານ ຮິ​ໂຣຢູກິ ກິ​ຊິ​ໂນະ ​ເອກ​ອັກຄະ ຣາຊະ​ທູດ​ຍີ່ປຸ່ນປະຈຳ ສປປ ​ລາວ, ມີ​ພະນັກ ງານ​ຈາກ​ກະຊວງ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ທັງ​ສອງ​ຝ່າຍ​ເຂົ້າຮ່ວມ​ເປັນ​ສັກຂີ​ພິຍານ.

ການ​ຊ່ວຍ​ເຫລືອ​ລ້າ​ທັງ​ສອງ​ໂຄງການ​ດັ່ງກ່າວ ​ແມ່ນ​ນອນ​ຢູ່​ໃນ​ແຜນ​ງານ​ຂອງ​ລັດຖະບານ ສປປ ລາວ ທີ່​ໄດ້​ສະ​ເໜີ​ຂໍ​ການ​ຊ່ວຍ​ເຫລືອ​ຈາກ ລັດຖະບານ​ຍີ່ປຸ່ນ ຊຶ່ງ​ມາ​ຮອດ​ປະຈຸ​ບັນ ລັດຖະບານ​ຍີ່ປຸ່ນ​ໄດ້​ຄົ້ນຄວ້າ​ພິຈາລະນາ ​ແລະ ​ເຫັນ​ດີ​ໃຫ້ການ​ຊ່ວຍ​ເຫລືອ ​ແລະ ຈະ​ໄດ້​ຈັດຕັ້ງປະຕິບັດ​ຕົວ​ຈິງ​ໃນ​ອະນາ​ຄົດ ​ໂດຍສະ​ເພາະ​ໂຄງການກໍ່ສ້າງ​ຂົວ​ເຊ​ກອງ ຈະ​ຊ່ວຍ​ກະຕຸກ​ຊຸກຍູ້

ດ້ານ​ເສດຖະກິດ, ການ​ຄ້າ, ການ​ໄປມາຫາສູ່ ຂອງ​ປະຊາຊົນ​ ໃຫ້ສະດວກ​ສະບາຍ​ຍິ່ງ​ຂຶ້ນ, ສ່ວນ​ໂຄງການ​ພັດທະນາ​ຊັບພະຍາ ກອນ​ມະນຸດ ​ແມ່ນ​ຈະ​ໃຫ້​ທຶນ​ການ​ສຶກສາ​ແກ່​ຜູ້​ມີ​ບົດບາດ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ລາວ ​ເພື່ອ​ໄປ​ສຶກສາ​ຕໍ່​ໃນ​ລະດັບ​ປະລິນຍາ​ໂທ ​ແລະ ປະລິນຍາ​ເອກ ທີ່​ປະ​ເທດ​ຍີ່ປຸ່ນ ສະ​ເພາະ​ໃນ​ສົກ​ປີນີ້ ຈະ​ມີ​ຜູ້​ໄດ້​ຮັບ​ທຶນ​ຈຳນວນ 20 ທ່ານ ​ໃນ​ໄລຍະ​ຜ່ານ​ມມານັບ​ແຕ່​ປີ 1999 ​ເຖິງ 2013 ລັດຖະບານ​ຍີ່ປຸ່ນ​ໄດ້​ໃຫ້​ທຶນ​ຈຳນວນ 294 ທຶນ ​ແກ່​ນັກ​ສຶກສາລາ​ວ ​ເພື່ອ​ໄປ​ສຶກສາ​ຕໍ່​ປະ​ເທດ​ຍີ່ປຸ່ນ ​ໂດຍ​ຜ່ານ​ໂຄງການ​ດັ່ງກ່າວ.

​ໂຄງການ​ຊ່ວຍ​ເຫລືອ​ທີ່​ລັດຖະບານ​ຍີ່ປຸ່ນ ມອບ​ໃຫ້​ແກ່ ສປປ ລາວ ​ໃນ​ຄັ້ງນີ້ ຈະ​ເປັນ​ການ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການຈັດຕັ້ງປະຕິບັດ​ເປົ້າໝາຍ​ສະຫະ​ສະ​ວັດ​ເພື່ອ​ການ​ພັດທະນາ ​ແລະ ນຳພາ​ປະ​ເທດ​ລາວ​ຫລຸດ​ພົ້ນອອກ​ຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາ​ໃນ​ປີ 2020 ຕາມ​ທີ່​ລັດຖະບານ​ວາງ​ໄວ້.

ທີ່ມາ http://laophatthananews.blogspot.com/2014/05/2-24.html

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...