spot_img
Home​ຂ່າວບັນເທິງອາເລັກ ແລະ ນຸ້ຍ ວົງ G B 2 ໄດ້ໄປຖ່າຍແບບຢູ່ທີ່ ພັດທະຍາ

ອາເລັກ ແລະ ນຸ້ຍ ວົງ G B 2 ໄດ້ໄປຖ່າຍແບບຢູ່ທີ່ ພັດທະຍາ

Published on

ໃນກາງເດືອນ ກໍລະກົດທີ່ຜ່ານມາ ອາເລັກ ແລະ ນຸ້ຍ ວົງ G B 2 ໄດ້ໄປຖ່າຍແບບຢູ່ທີ່ ພັດທະຍາ ໂດຍທັງ 2 ໄດ້ໄປຮ່ວມງານກັບ celebmodeltv ເຊິ່ງເປັນລາຍການຊື່ດັງຂອງປະເທດໄທ ການຖ່າຍແບບໃນຄັ້ງນີ້ເປັນການຖ່າຍສະຕ໋າຍ ການໂປໂມດເສື້້ອຜ້າຂອງໂຄງການຊ່ວຍເຫລື່ອເດັກນ້ອຍ ເປັນໂຄງການ we love share ທັງສອງໄດ້ບອກຄວາມຮູ້ສຶກທີ່ໄດ້ໄປຖ່າຍແບບໃນຄັ້ງນີ້ວ່າ ສະຖານທີ່ໄປຖ່າຍແບບນັ້ນ ແມ່ນງາມຫລາຍ ຈົນລືມວ່າຕົນເອງມາເຮັດວຽກ ຄິດວ່າຕົນເອງມາພັກຜ່ອນ ທັງມ່ວນ ທັງບັນຍາກາດດີ ແລະ ງາມ ຈົນເຮັດໃຫ້ຕິດຫູຕິດຕາຍາກໄປອີກຄັ້ງ ແລະ ທັງ 2 ກໍ່ໄດ້ຂອບໃຈທາງ celebmodeltv ແລະ we love share ທີ່ໃຫ້ໂອກາດໄດ້ມາຮ່ວມງານໃນຄັ້ງນັ້ນ ນອກຈາກຈະໄດ້ອີ່ມບຸນ ອີ່ມໃຈແລ້ວຍັງໃດ້ປະສົບການໃໝ່ໆນຳອີກ

ທັງ 2 ໝຸ່ມກໍ່ຍັງຝາກຜົນງານເພງໃໝ່ຂອງເພີນນຳອີກ ກັບຜົນງານເພງ ສິ່ງໃດທີ່ເຈົ້າຕ້ອງການໄວໆນີ້ ຈະໄດ້ປ່ອຍMV ກັບແລ້ວ

10356754_839761036033981_5996937512142525664_n

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...