ເຕືອນ! ດື່ມເຫຼົ້າແກ້ໜາວ ອັນຕະລາຍເຖິງຕາຍໄດ້

ມີປະຊາຊົນຈຳນວນຫຼາຍທີ່ມີຄວາມເຊື່ອວ່າ ດື່ມເຫຼົ້າ ຫຼື ເບຍ ຈະຊ່ວຍແກ້ໜາວໄດ້ ແຕ່ວ່າການສຶກສາວິໄຈທາງການແພດທີ່ຜ່ານມາ ລວມທັງອົງການອະນາໄມໂລກ ຕ່າງກໍອອກມາຢືນຢັນວ່າ ການດື່ມເຫຼົ້າຫຼືເຄື່ອງດື່ມທາດເຫຼົ້າເພື່ອບັນເທົາຄວາມໜາວເຢັນ ເປັນຄວາມເຊື່ອທີ່ອັນຕະລາຍຕໍ່ສຸຂະພາບ ແລະອາດຈະສົ່ງຜົນຮ້າຍເຖິງຂັ້ນເສຍຊີວິດໄດ້.

ຈາກການສຶກສາວິໄຈທາງການແພດ ລະບຸວ່າ ການດື່ມເຫຼົ້າ 1 ຈອກ ເຮັດໃຫ້ຮ່າງກາຍຮູ້ສຶກເຖິງຄວາມອົບອຸ່ນໄດ້ໃນຊົ່ວຂະນະສັ້ນໆ ເພາະຄວາມຮ້ອນວູບວາບທີ່ເກີດຂຶ້ນຫຼັງການດື່ມເຫຼົ້າ ເຫຼົ້າບໍ່ແມ່ນຄວາມອົບອຸ່ນ ແຕ່ເປັນຜົນມາຈາກຫຼອດເລືອດຝອຍຂະຫຍາຍຕົວຍ້ອນລິດຂອງເຫຼົ້້າ ແລະເປັນຊ່ອງລະບາຍຄວາມຮ້ອນອອກມາຈາກຮ່າງກາຍ ຍິ່ງດື່ມຫຼາຍເທົ່າໃດ ຄວາມຮ້ອນໃນຮ່າງກາຍຈະຖືກລະບາຍອອກຫຼາຍເທົ່ານັ້ນ ລິດເຫຼົ້້າເຮັດໃຫ້ຮ່າງກາຍສູບສີດເລືອດໄປລ້ຽງບໍລິເວນຜິວໜັງເພື່ອກະຕຸ້ນການຂັບເຫື່ອອອກຫຼາຍຂຶ້ນ ເຊິ່ງເຮັດໃຫ້ອຸນຫະພູມພາຍໃນຮ່າງກາຍຕ່ຳລົງອີກ ເຮັດໃຫ້ອຸນຫະພູມໃນໂຕຫຼຸດຕ່ຳລົງກວ່າປົກກະຕິ ສ່ຽງຕໍ່ການເສຍຊີວິດສູງ ເມື່ອສຳຜັດກັບອາກາດເຢັນເປັນເວລາດົນນານ.

ນອກຈາກນີ້ ລິດຂອງເຫຼົ້າທີ່ກົດປະສາດສ່ວນກາງ ເຮັດໃຫ້ມີອາການຢາກນອນ ຊຶມເຊີ້ ແລະໝົດສະຕິ ແລະຖ້າຫາກດື່ມເຫຼົ້າໃນໄລຍະອາກາດເຢັນຍິ່ງຄວາມຄວາມສ່ຽງຼຫຼາຍຂຶ້ນ ເນື່ອງຈາກຄວາມໜາວເຢັນເຮັດໃຫ້ການໄຫຼວຽນຂອງເລືອດ ຍາກລຳບາກຫຼາຍຂຶ້ນ ເຮັດໃຫ້ອະໄວຍະວະຂາດອົກຊີແຊນ ສົ່ງຜົນໃຫ້ຫົວໃຈຕ້ອງສູບສີດເລືອດໄປລ້ຽງທົ່ວຮ່າງກາຍແລະເຮັດວຽກໜັກຫຼາຍຂຶ້ນ ເຊິ່ງເປັນສາເຫດທີ່ເຮັດໃຫ້ເກີດອາການຊັອກແລະເສຍຊີວິດໃນທີ່ສຸດ.

ສຳລັບການເຮັດໃຫ້ຮ່າງກາຍອົບອຸ່ນໃນໄລຍະລະດູໜາວ ລາວໂພສຕ໌ ຂໍແນະນຳໃຫ້ອອກກຳລັງກາຍຢ່າງສະໝ່ຳສະເໝີ ຮັບປະທານອາຫານໃຫ້ຄົບ 5 ໝູ່ ພັກຜ່ອນໃຫ້ພຽງພໍ. ສ່ວນຜູ້ທີ່ເປັນພູມແພ້ບໍ່ຄວນດັງໄຟຝິງ ເພາະຄວັນຈາກການຝີງໄຟຈະລົບກວນລະບົບຫາຍໃຈ ແລະຄວນເພິ່ມຄວາມອົບອຸ່ນໂດຍການນຸ່ງເຄື່ອງກັນໜາວໃຫ້ພຽງພໍທັງຕອນຕື່ນແລະຕອນນອນ ລວມທັງເວລານອນໃຫ້ຫົ່ມຜ້າຫົ່ມກັນໜາວຫຼາຍຜືນ ຖ້າບໍ່ມີຄວາມຈຳເປັນບໍ່ຄວນອອກໄປນອກເຮືອນ ຫຼືບໍ່ຄວນຕາກໝອກຕາກລົມ.