spot_img
Homeນານາສາລະ"ການ​ຫົວ​" ມີ​ປະໂຫຍດ​ຫລາຍກວ່າ​ທີ່ຄິດ

“ການ​ຫົວ​” ມີ​ປະໂຫຍດ​ຫລາຍກວ່າ​ທີ່ຄິດ

Published on

26_201509101635401.


ການ​ຍີ້ມ ຫົວ​ມີ​ປະໂຫຍດ​ທັງ​ກັບ​ຮ່າງກາຍ,ຈິດ​ໃຈ ລວມ​ໄປ​ເຖິງ​ຜິວ​ພັນ​ນຳ ແຖມ​ຍັງ​ເຮັດໃຫ້​ເຮົາ​ມີ​ບຸກຄະລິກ​ເປັນ​ຄົນ​ອາລົມ​ດີ,ລ່າ​ເລີງ,ແຈ່ມ​ໃສ ມາ​ເບິ່ງ​ກັນ​ວ່າ​ການ​ຫົວ​​ສົ່ງ​ຜົນດີີ​ຫຍັງ​ກັບ​ສຸຂະ​ພາບ​ຮ່າງກາຍ​ຂອງ​ເຮົາ​ນຳ… ຮູ້​ແລ້ວ​ກໍ “ຫົວ​​ມື້​ລະ​ນິດ ຈິດ​ແຈ່ມ​ໃສ”
      1.  ເປັນ​ການ​ເພີ່ມ​ລະ​ດັບ​ຮໍໂມນ​ຝ່າຍ​ດີ ເຊັ່ນ ຮໍ​ໂມນ​ເອັນ​ດໍ​ຟິນ ຊຶ່ງ​ເປັນ​ຮໍ​ໂມນ​ທີ່​ຊ່ວຍ​ລະ​ງັບ​ຄວາມ​ເຈັບ​ປວດ ແລະ ຮໍ​ໂມນ​ເຊ​ໂລ​ໂທ​ນິນ ເປັນ​ຮໍ​ໂມນ​ທີ່​ເຮັດໃຫ້​ເຮົາ​ອາລົມ​ດີ ຂະນະ​ດຽວ​ກັນ​ກໍ​ເຮັດໃຫ້​ລະ​ດັບ​ຮໍ​ໂມນ​ຄວາມຄຽດລົດລົງ
2.  ຫລັ່ງ​ສານ​ໂດ​ຟາ​ມີນ​ທີ່​ຊ່ວຍ​ໃນ​ການ​ຮຽນ​ຮູ້​ແລະ​ຄວາມ​ຊົງ​ຈຳ ສົ່ງ​ຜົນດີີ​ຕໍ່​ລະບົບ​ປະສາດ ຊ່ວຍ​ລຸດ​ຄວາມ​ຄຽດ ແລະ​ເຮັດໃຫ້​ຮໍ​ໂມນ​ຄໍຣຕິ​ຊອນ​ກັບ​ມາ​ຢູ່ໃນ​ລະ​ດັບ​ທີ່​ສົມ​ດຸນ
3.  ເກີດ​ການ​ປ່ຽນ​ຖ່າຍ​ອອກ​ຊິ​ເຈນ ຟອກ​ເລືອດ​ດຳ​ໃຫ້ເປັນ​ເລືອດ​ແດງ ຈຶ່ງ​ເຮັດໃຫ້​ເຊວ​ປະສາດ​ຫົວ​ໃຈ ປອດ ຄໍ ແຂງ​ແຮງ​ຂຶ້ນ
4.  ເກີດ​ຄວາມ​ຮ້ອນ​ແລະ​ການ​ເຜົາ​ຜານ​ພະລັງ​ງານ ຊ່ວຍ​ຂ້າ​ເຊື້ອ​ພະຍາດ​ແລະ​ປ້ອງ​ກັນ​ພະຍາດ​ກ່ຽວກັບ​ທາງເດີນ​ຫາຍ​ໃຈ ທັງ​ໄຂ້​ຫວັດ,ພູ​ມ​ແພ້,ຫອບ​ຫືດ,ໄຊ​ນັດ, ຄວາມ​ດັນ​ເລືອດ,ພະຍາດ​ຫົວ​ໃຈ,ພະຍາດ​ປອດ
5.  ເຮັດໃຫ້​ລະບົບ​ຍ່ອຍ​ອາຫານ​ແລະ​ການ​ຂັບ​ຖ່າຍ​ເຮັດວຽກ​ດີ​ຂຶ້ນ
6.  ຫົວ​ໃຈ​ສາມາດ​ສູບ​ສີດ​ເລືອດ​ໄປ​ລ້ຽງ​ສ່ວນ​ຕ່າງໆຫລາຍ​ຂຶ້ນຫົວ​ໃຈ​ເຮັດວຽກ​ເປັນ​ລະບົບ​ຂຶ້ນ
7.  ຊ່ວຍ​ຜ່ອນ​ຄາຍ​ຄວາມ​ຄຽດ ກ້າມ​ເນື້ອ​ບໍລິເວນ​ໃບ​ໜ້າ​ຍືດ​ຫຍຸ່ນ ຜິວ​ພັນ​ດີ
8.  ຊ່ວຍ​ທຳລາຍ​ສາ​ນອາ​ນຸ​ມູນ​ອິດສະຫລະ​ທີ່​ເຮັດໃຫ້​ເກີດ​ພະຍາດ​ມະ​ເຮັງ
9.  ການ​ຫົວ​ເຮັດໃຫ້​ກະ​ບັງ​ລົມ​ເຄື່ອນ​ໄຫວ ຊ່ວຍ​ໝຸນ​ວຽນ​ອາ​ກາດ​ໃນ​ປອດ ຊ່ວຍ​ຂັບ​ອາ​ກາດ​ເສຍ​ແລະ​ຮັບ​ອອກ​ຊິ​ເຈນ​ເຂົ້າ​ປອດ​ໄດ້​ຢ່າງ​ເຕັມ​ທີ່
10.  ການ​ຫົວ​ເຮົາ​ 30 ວິ​ນາ​ທີ – 5 ນາ​ທີ 10 ເທື່ອ​ຕໍ່​ມື້​ຈະ​ຊ່ວຍ​ໃຫ້​ຄວາມ​ຢາກ​ອາຫານ​ລຸດລົງມີ​ຜົນ​ໃຫ້​ການ​ຄວບ​ຄຸມ​ນ້ຳ​ໜັກ​ດີ​ຂຶ້ນ​
11.  ການ​ຫົວ​ພຽງ 15-20 ນາ​ທີຊ່ວຍ​ໃຫ້​ຫົວ​ໃຈ​ໄດ້​ອອກ​ກຳ​ລັງ​ກາຍ 3-5 ນາ​ທີ
12.  ຊ່ວຍ​ໃຫ້​ກ້າມ​ເນື້ອ​ເທິງ​ໃບ​ໜ້າ 12 ຊະນິດແລະ​ກ້າມ​ເນື້ອ​ບໍລິເວນ​ຮ່າງກາຍ​ອີກ 15 ຊະນິດ ໄດ້​ອອກ​ກຳ​ລັງ​ໄປ​ໃນ​ຕົວ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...