spot_img
Homeຄວາມງາມມາຟິດກະຊັບໃບໜ້າກັນ ຖ້າຍັງບໍ່ຢາກມີໜ້າແກ່ກ່ອນໄວ!

ມາຟິດກະຊັບໃບໜ້າກັນ ຖ້າຍັງບໍ່ຢາກມີໜ້າແກ່ກ່ອນໄວ!

Published on

1
ຍຸກນີ້ສາວຄົນໃດບໍ່ອອກກຳລັງກາຍຫຍັງຈັກຢ່າງຄືສິເຊີຍໄປແດ່ ບໍ່ວ່າຈະເປັນການເຂົ້າຍິມ ເຂົ້າຟິດເນດ ຫລິ້ນໂຍຄະ ຂີ່ລົດຖີບ ຕີດອກປີກໄກ່ ຊົກມວຍ ຫລື ແລ່ນຈອກກິ້ງເພາະເທນດູແລສຸຂະພາບແລະຮູບຮ່າງກຳລັງອິນ ແຕ່ຮູ້ຫລືບໍ່ວ່າ ພຽງແຕ່ການຟິດຫຸ່ນຢ່າງດຽວບໍ່ພໍ ຖ້າຢາກໄດ້ຊື່ເປັນສາວທັນສະໄໝ ນຳເທນ ຕ້ອງຟິດເນດໜ້າດ້ວຍອີກຢ່າງ
ມາອອກກຳລັງກາຍໃບໜ້າໃຫ້ຟິດກະຊັບກັນ
ທ່າທີ່ 1 ຊ່ວຍກະຊັບຮູບໜ້າ ແນວຄາງ
ວາງນິ້ວລົງບໍລິເວນຄາງ ລູບມືໄປຕາມແນວຄາງກະໄຕໄປເຖິງ ໃບຫູ ເຮັດຊ້ຳ 3 ຮອບ
ທ່າທີ່ 2 ຊ່ວຍຫຼຸດຮອຍຮ່ອງແກ້ມ
ວາງນິ້ວບໍລິເວນຂ້າງດັງທັງສອງຂ້າງ ກົດຈຸດແລ້ວລູບຊ້າ ໆ ໄປຕາມແນວກ້ອງໂໜກແກ້ມຂຶ້ນໄປເຖິງຂະໝັບ ເຮັດຊ້ຳ 3 ຮອບ
ທ່າທີ່ 3 ຊ່ວຍກະຊັບກາມແລະຫຼຸດແກ້ມ
ເງີຍໜ້າເບີ່ງດ້ານເທິງໃຫ້ໄດ້ຫລາຍທີ່ສຸດ ສູບລົມຫາຍໃຈເຂົ້າເລິກ ໆ ເຮັດປາກຈູ ຍົກປາກລຸ່ມຂຶ້ນ ຜ່ອນລົມຫາຍໃຈອອກ ເຮັດຊ້ຳ 5 ຮອບ
ທ່າທີ່ 4 ຊ່ວຍບໍ່ໃຫ້ຄາງເຍີ້ນ
ນັ່ງຕົວກົງ ເອນຫົວໄປດ້ານຫລັງພ້ອມສູບລົມຫາຍໃຈເຂົ້າ ເອນຫົວກັບມາຕັ້ງກົງພ້ອມຜ່ອນລົມຫາຍໃຈອອກ ເຮັດ 3 ເທື່ອ ຈາກນັ້ນເອນຫົວໄປດ້ານຫລັງພ້ອມດຶງຮີມຝີປາກລຸ່ມໃຫ້ພໍດີກັບຮີມຝີປາກເທິງ ແລ້ວຜ່ອນລົມຫາຍໃຈອອກໃຫ້ຫລາຍທີ່ສຸດພ້ອມກົ້ມຫົວລົງ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...